ພິທີເປີດສະຫຼອງ “ເຮືອນວົງຄະນາຍາດ ໄວໜຸ່ມ“ ຢູ່ເກາະ Da Tay

ພິທີເປີດສະຫຼອງ “ເຮືອນວົງຄະນາຍາດ ໄວໜຸ່ມ“ ຢູ່ເກາະ Da Tay - ảnh 1
ເກາະ Da Tay-Truong Sa-Khanh Hoa
(ພາບ:tuoitre.vn)

( vovworld ) – ​ເກາະ Da Tay, ທີ່​ຂຶ້ນ​ກັບເມືອງເກາະ Truong Sa ແຂວງ Khanh Hoa ຫາກໍຈັດພິທີເປີດສະຫຼອງ “ເຮືອນວົງຄະນາຍາດໄວໜຸ່ມ“ ຢູ່ເກາະ Da Tay A ຊື່ງມີເນື້ອທີ່ 225m2 ​ເປັນ​ເຮືອນ 3 ຊັ້ນ ແລະ ມີມູນຄ່າກ່ວາ 17 ຕື້ດົ່ງ. “ເຮືອນວົງຄະນາຍາດໄວໜຸ່ມ“ ໄດ້ຮັບການກໍ່ສ້າງຂຶ້ນໃນໂຄງການ “ປະກອບ​ເຫື່ອ​ແຮງກໍ່ສ້າງເກາະ Truong Sa“ ​ໂດຍ​ໜັງສືພິມ​ໄວ​ໜຸ່ມ​ປຸກລະດົມ. ເກາະ Da Tay ​ແມ່ນ​ເກາະ​ແຫ່ງ​ທຳ​ອິດ​ຂອງ​ໝູ່​ເກາະ Truong Sa ​ໄດ້ກໍ່ສ້າງ “ເຮືອນວົງຄະນາ ຍາດໄວໜຸ່ມ“. ພົນ​ຈັດ​ຕາ​ວາ Nguyen Van Quang ຫົວໜ້າ​ບັນຊາ​ການ​ເກາະ Da Tay ​ໃຫ້​ຮູ້​ວ່າ: ພາຍຫຼັງ​ນຳ​ເຂົ້າ​ໃຊ້​ການ, ​ເຮືອນ​ດັ່ງກ່າວ​ຈະ​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ, ກິລາ​ຂອງ​ພະນັກງານ, ນັກຮົບ​ໃນ​ເກາະ, ​ແມ່ນ​ບ່ອນ​ພັກຜ່ອນ​ຂອງ​ບັນດາ​ຄະນະ​ອອ​ກ​ໄປ​ຢ້ຽມຢາມ​ເກາະ ​ແລະ ຊາວ​ປະມົງ​​ໃຊ້​ເປັນ​ບ່ອນ​ຫຼົບ​ພະຍຸ​​ໃນຍາມ​ໄປ​ຫາ​ປາ:

   “ພະນັກງານ, ນັກ​ຮົບ​ໃນ​ເກາະ ກໍ່​ຄື​ຊາວ​ປະມົງ​ຫາ​ປາ​ຢູ່​ໃກ້​ເກາະ ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ ມຸ້ງ​ໄປ​ເຖິງ Truong Sa ຊື່​ງ​ໄດ້​ລົງທຶນ​ກໍ່ສ້າງ​ເຮືອນ​ທີ່​ໃຫ່ຍ​ໂຕ​ໂອ​ຖົງ​ຫຼັງ​ນີ້. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ເກາະ Da Tay ຈະ​ມີ​ເຮືອນ​ອີກ 2 ຫຼັງຢູ່​ເກາະຄື: ເກາະ Da Tay B ​ແລະ C ຊື່​ງນອນ​ໃນ​ໂຄງການ ປະກອບ​ເຫື່ອແຮງກໍ່ສ້າງ Truong Sa. ພະນັກງານ ນັກຮົບ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ“.

 

ຂ່າວ/ບົດ​ອື່ນ