ພິທີເລີ່ມເດີນທາງເຂົ້າຮ່ວມງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ11ປີ2016

ພິທີເລີ່ມເດີນທາງເຂົ້າຮ່ວມງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ11ປີ2016 - ảnh 1
ພິ​ທີ​ເລີ່ມ​ເດີນ​ທາງເຂົ້າ​ຮ່ວມ
ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ​ຄັ້ງ​ທີ 11 ເຂດ​ພາກ​ໃຕ້
(ພາບ: hungvuongtech.edu.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/09, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຈັດ​ພິ​ທີ​ເລີ່ມ​ເດີນ​ທາງເຂົ້າ​ຮ່ວມງານ​ແຂ່ງ​ຂັນ​​ສີ​ມື​ແຮງ​ງານ​ອາ​ຊຽນ ​ຄັ້ງ​ທີ 11 ປີ 2016. ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ ​ຄັ້ງ​ທີ 11 ປີ 2016 ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 19 – 22/09, ຢູ່​ສວນ​ສາ​ທາ​ລະ​ນະມາ​ເລ​ເຊຍ Agro Expositiong Serdang (MAEPS) ຂຶ້ນ​ກັບ​ລັດ Selangor. ​ງານ​ແຂ່ງ​ຂັນ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເກືອບ 280 ຄົນ, ນັ​ກ​ຊ່ຽວ​ຊານ 214 ຄົນ​ທີ່​ມາ​ຈາກ 9 ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ, ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສ​ີ​ມື​ແຮງ​ງານ 25 ອາ​ຊີບ (23 ອ​າ​ຊ​ີບ​ທາງ​ການ, 2 ອາ​ຊີບ​ສະ​ແດງ). ຄະ​ນະ​ຜ​ູ້​ແທນ​ຫວຽດ​ນາມ ມີ 109 ຄົນ​ເຂົ້າ​ຮ່ວມ.

        ພິ​ທີ​ໄຂງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ​ ຄັ້ງ​ທີ 11 ຖືຶກ​ດຳ​ເນີນ​ແຕ່​ວັນ​ທີ 23 - 28/09.

ຂ່າວ/ບົດ​ອື່ນ