ພິທີໄວ້ອາໄລແລະປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວແລະກຳປູເຈຍ

ພິທີໄວ້ອາໄລແລະປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວແລະກຳປູເຈຍ - ảnh 1
​ພິ​ທີ​ໄວ້​ອາ​ໄລ, ປົງ​ອັດ​ຖິ​
(ພ​າບ: Sỹ Thắng/TTXVN)

(vovworld) - ​ຕອ​ນ​ເຊົ້າ​ວັນ​ທີ 12/5, ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ເມືອງ ງອກ​ໂຮ່ຍ, ແຂວງ ກອນ​ຕຸມ ໄດ້​ດຳ​ເນີນ​ພິ​ທີ​ໄວ້​ອາ​ໄລ, ປົງ​ອັດ​ຖິ​ນັກ​ຮົບ​​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານ ຫວຽດ​ນາມ ທີ່​ເສ​ຍ​ສະຫຼະ​ຊີ​ວິດ​ໃນ​ໄລ​ຍະ​ສົງ​ຄາມ ໂດຍ ກອງ K53 ເຕົ້າ​ໂຮມ​ໃນ​ລະ​ດູ​ແຫ້ງ 2014 – 2015 ຢູ່ ລາວ ແລະ ກຳ​ປູ​ເຈຍ. ໃນ 6 ເດືອນ​ຂອງ​ລະ​ດູ​ແຫ້ງ​ຜ່ານ​ມາ, ບັນ​ດາ​ນັ​ກ​ຮົບ​ກອງ K53 ແຂວງກອນ​ຕຸມ ​ຊອກ​ຫາ, ເຕົ້າ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 9 ຊຸດ. ໃນ​ນັ້ນ ມີ 6 ຊຸດຊອກ​ຫາ​​ໄດ້​ຢູ່​ບໍ​ລິ​ເວນ​ແຂວງ RaRatanakiri, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, 3 ຊຸດ​ຊອກ​ຫາ​​ໄດ້ຢູ່​ແຂວງ ອັດ​ຕະ​ປື ແລະ ຈຳ​ປະ​ຊັກ, ສ​ປ​ປ ລາວ. ພັ​ນ​ເອກ ເລ​ກົງ​ຄວາ, ຫົວ​ໜ້າ​ກອງ K53 ແຂ​ວງ ກອນ​ຕຸມ, ໃຫ້​ຮູ້​ວ່າ:

        “ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ທ້ອງ​ຖິ່ນ 2 ປະ​ເທດ​ລ້ວນ​ແຕ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ແລະ ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ໃຫ້​ກອງ​ຊອກ​ຫາ​ອັດ​ຖິ​ທະ​ຫານ K53 ກອນ​ຕຸ​ມ. ເຖິງວ່າ​ບັນ​ດາ​ຂໍ້​ມູນ​ໃນ​ເອ​ກະ​ສານ​ແມ່ນ​ຄົບ​ຖ້ວນ, ລະ​ອຽດ​ກໍ່​ຕາມ, ຍ້ອນ​ມູນ​ສັນ​ຖານ​ມີ​ການ​ປ່ຽນ​ແປງ, ດັ່ງ​ນັ້ນວຽກ​ງານ​ຊອ​ກ​ຫາ​​​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກ, ລ​ຳ​ບາກ​ທີ່​ສຸດ. ທີ​ສອງ​​ຍ້ອນດິນ​ຟ້າ​ອາ​ກາດຂອງ​ປະ​ເທດ​ເພື່ອນ​ມິດ​ຕ່າງ​ກັນ​ກັບ​ຂອງ ຫວຽດ​ນາມ ດັ່ງ​ນັ້ນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເຊັນ​ກັນ.”


ຂ່າວ/ບົດ​ອື່ນ