ພົບປະສັງສັນກັບນັກຮົບຖືກກັກຂັງໃນໄລຍະຕໍ່ສູ້ຕ້ານຝຣັ່ງ

ພົບປະສັງສັນກັບນັກຮົບຖືກກັກຂັງໃນໄລຍະຕໍ່ສູ້ຕ້ານຝຣັ່ງ - ảnh 1
ສະ​ມາ​ຄົມ​ນັກ​ໂທດ​ການ​ເມືອງ​ຮັກ​ຊາດ​ນະ​ຄອນ ດົງ​ຮ່າ, ແຂວງ  ກວາງ​ຈີ້ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ຖືກ​ກັງ​ຂັງ​
ໃນ​ໄລ​ຍະ​ຕໍ່​ສູ້​ ຕ້ານ ຝ​ຣັ່ງ
(ພາບ: quangtritv.vn)

(vovworld) – ​ ​ວັນ​ທີ 5/5, ສະ​ມາ​ຄົມ​ນັກ​ໂທດ​ການ​ເມືອງ​ຮັກ​ຊາດ​ນະ​ຄອນ ດົງ​ຮ່າ, ແຂວງ ກວາງ​ຈີ້, ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ຖືກ​ກັງ​ຂັງ​ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ ຝ​ຣັ່ງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 61 ປີ​ແຫ່ງ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ. ທີ່​ການ​ພົບ​ປະ, ບັນ​ດາ​ນັກ​ຮົບ​ເກົ່າ​ໄດ້​ທົບ​ທວນ​ຄືນ​ບັນ​ດາ​ໄຊ​ຊະ​ນະ​ທີ່​ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ ຝ​ຣັ່ງ, ປະ​ກອບ​ສ່ວນ​ສ້າງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ໃນ​ວັນ​ທີ 7/5/1954. ການ​ພົບ​ປະ​ຄັ້ງ​ນ​ີ້​ແມ່ນ​ໂອ​ກາດ​ເພື່ອ​ຍ້ອງ​ຍໍ​ຊົມ​ເຊີ​ຍ​ນຳ​້​ໃຈ​ພິ​ລະ​ອາດ​ຫານຂອງ​ບັນ​ດາ​ຜູ້​ທີ່​ໄດ້​ຕໍ່​ສູ້​ໂດຍ​ກົງ, ຜ່ານ​ຜ່າ​ການ​ກັກ​ຂັງ​ຢູ່​ຄຸກ​ແຫ່ງ​ຕ່າງໆ​ຂອງ​ສັດ​ຕູ. ພ້ອມ​ທັງ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ນັກ​ຮົບ​ເກົ່າ ແລະ ຄອບ​ຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູ​ນ​ເຊື້ອ​ຮັກ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ.


ຂ່າວ/ບົດ​ອື່ນ