ພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນປະເທດຢູ່ເຂດຊາຍແດນຫວຽດນາມ-ຈີນຄັ້ງທີ3

ພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນປະເທດຢູ່ເຂດຊາຍແດນຫວຽດນາມ-ຈີນຄັ້ງທີ3 - ảnh 1
(ພາບປະກອບ ຈາກ TTXVN)

(vovworld) –  ວັນ​ທີ 28/3, ຢູ່​ແຂວງ ລ້ານ​​ເຊ​ີນ, ​ ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າ​ງໆ​ໃນ​ຂອບ​ເຂດລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ກຳລັງປ້ອງ​ກັນ​ປະ​ເທດ​ຢູ່ເຂດ​ຊາຍ​ແດນ ຫວຽດນາມ - ຈີນ​ ຄັ້ງ​ທີ 3 ປີ 2016. ຕາມ​ລາຍການ​ເຮັດ​ວຽກ​ແລ້ວ, ທ່ານ ຟູ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ທ່ານ ຈ໋າງຢ໋ວານ​ແຈ໋ວນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີ​ນ ​ເປັນ​ປະທານ​ຮ່ວມ​​ໃນການ​ໂອ້​ລົມ​ສົນທະນາ​ມິດຕະພາບ ​ແລະ ການ​ພົວພັນ​ແລກປ່ຽນດ້ານ​ວັດທະນະທຳ - ສິລະ​ປະ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 27/3, ​ໃນ​ການ​​ເຈລະຈາ​ຢູ່ ຮ່າ​ໂນ້ຍ, ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ໂດຍ​ຖື​ວ່າ: ​ການ​ພົວພັນ​ສັງ​ລວມລະຫວ່າງ 2 ປະ​ເທດ ພວມ​ພັດທະນາ​ຕັ້ງໜ້າ, ການຮ່ວມ​ມື​ປ້ອງ​ກັນປະ​ເທດ​ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ຮັບ​ການ​ຮັກສາ ​ແລະ ບັນລຸ​ປະສິດທິ​ຜົນ​​ໄດ້ຢ່າງ​ແທດ​ຈິງ.

 


ຂ່າວ/ບົດ​ອື່ນ