ພວກເສື້ອເຫຼືອງ ເດີນຂະບວນປະທ້ວງ ຢູ່ສະໜາມຫຼວງນານາຊາດ ຢູ່ ສະວິດ

(VOVWORLD) -ການແຫ່ຂະບວນປະທ້ວງຂອງພວກເສື້ອເຫຼືອງ ຢູ່ ເຊີແນວ ມີລັກສະນະເປັນສັນຍາລັກ

        ວັນທີ 20 ກຸມພາ, ພວກເສື້ອເຫຼືອງຝລັ່ງ ໄດ້ເຕົ້າໂຮມກັນ ເປັນຈໍານວນຫຼາຍ ເພື່ອທໍາການປະທ້ວງ ຢູ່ສະໜາມຫຼວງນານາຊາດ (Place des Nations), ຕໍ່ໜ້າສໍານັກງານ ສະຫະປະຊາຊາດ ຢູ່ ເຊີແນວ ປະເທດສະວິດ. ກ່ອນໜ້ານັ້ນ, ລັດຖະບານລັດ ເຊີແນວ ໄດ້ໃຫ້ອະນຸຍາດດໍາເນີນການແຫ່ຂະບວນປະທ້ວງໂດຍ ຄາດວ່າຈະມີຄົນເຂົ້າຮ່ວມເຫດການ ຂຶ້ນເຖິງ 5.000 ຄົນ. ແຕ່ຄວາມຈິງແລ້ວ ມີແຕ່ປະມານ 2 - 3 ຮ້ອຍຄົນເຂົ້າຮ່ວມເທົ່ານັ້ນ.

ພວກເສື້ອເຫຼືອງ ເດີນຂະບວນປະທ້ວງ ຢູ່ສະໜາມຫຼວງນານາຊາດ ຢູ່ ສະວິດ - ảnh 1ພວກເສື້ອເຫຼືອງ ເດີນຂະບວນປະທ້ວງ ຢູ່ສະໜາມຫຼວງນານາຊາດ ຢູ່ ສະວິດ (ພາບ:TTXVN) 

        ການແຫ່ຂະບວນປະທ້ວງຂອງພວກເສື້ອເຫຼືອງ ຢູ່ ເຊີແນວ ມີລັກສະນະເປັນສັນຍາລັກ ເພາະວ່່າ ສະໜາມຫຼວງນານາຊາດ  ຕັ້ງຢູ່ຕໍ່ໜ້າສໍານັກງານ ສປຊ, ເຊິ່ງເປັນສະຖານທີ່ດໍາເນີນບັນດາກອງປະຊຸມຂອງສະພາສິດທິມະນຸດ ສປຊ. ບັນດາຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໄດ້ນຸ່ງເສື້ອເຫຼືອງ ມີແຖວຕົວໜັງສື ແລະ ຈັບປ້າຍຄໍາຂວັນເພື່ອກ່າວປະນາມການໃຊ້ຄວາມຮຸນແຮງ, ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການ ກ່ຽວກັບບັນດາບັນຫາຄື ເສດຖະກິດ, ການເມືອງ ຂອງຂະບວນການເສື້ອເຫຼືອງ, ພິເສດແມ່ນບັນຫາພາສີ ອາກອນ ແລະ ເບ້ຍບໍານານ.


ຕອບກັບ

ຂ່າວ/ບົດ​ອື່ນ