ພໍ່ແມ່ປະຊາຊົນບັນດາເຜົ່າ ລາວກາຍ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

(VOVWORLD) - ມາຮອດປະຈຸບັນ, ເສັ້ນທາງຄົມມະນາຄົມຊົນນະບົດໄດ້ກໍ່ສ້າງດ້ວຍເບຕົງ 100%, ລະບົບໄຟຟ້າ, ເຮືອນວັດທະນະທຳໄດ້ລົງທຶນຢ່າງຄົບຊຸດ, ບໍ່ມີຄອບຄົວທຸກຍາກອີກ.
ພໍ່ແມ່ປະຊາຊົນບັນດາເຜົ່າ ລາວກາຍ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ - ảnh 1(ເຮືອນຫຼັງໃໝ່ຂອງທ່ານ ຈ້ຽວກົງລີ, ຕາແສງ ອຽນບິ່ງ)

ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ແຂວງ ລາວກາຍ ພວມຝາກຝັງຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາລັດຖະນະໂຍບາຍໃໝ່, ສ້າງກຳລັງໜູນການພັດທະນາໃຫ້ແກ່ບ້ານເກີດເມືອງນອນ.

ໂດຍແມ່ນໜຶ່ງໃນຈຳນວນ 12 ຄອບຄົວທີ່ຖືກເສຍຫາຍຍ້ອນພາຍຸນ້ຳຖ້ວມໃນທ້າຍປີ 2024, ປະຈຸບັນໄດ້ຈັດໃຫ້ມາຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ໜູນຊ່ວຍກໍ່ສ້າງເຮືອນຫຼັງໃໝ່, ທ່ານ ຈ້ຽວກົງລີ, ຕາແສງ ອຽນບິ່ງ, ລາວກາຍ, ສະແດງຄວາມໃນໃຈວ່າ:

“ມີເຮືອນຫຼັງໃໝ່ຄືແນວນີ້ ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ, ຂອບໃຈນຳລັດ, ພໍ່ແມ່ປະຊາຊົນບ້ານໃກ້ເຮືອນຄຽງທີ່ໄດ້ສ້າງເງື່ອນໄຂໜູນຊ່ວຍ. ມາແຫ່ງນີ້ແມ່ນສະບາຍທີ່ສຸດ, ບໍ່ຢ້ານຖືກໄພທຳມະຊາດຄືຢູ່ບ່ອນເກົ່າອີກ”.

ທ່ານ ຫງວຽນວັນທົງ, ເລຂາໜ່ວຍພັກບ້ານ 6, ຕາແສງ ບິ່ງອຽນ, ໃຫ້ຮູ້ວ່າ ມາຮອດປະຈຸບັນ, ເສັ້ນທາງຄົມມະນາຄົມຊົນນະບົດໄດ້ກໍ່ສ້າງດ້ວຍເບຕົງ 100%, ລະບົບໄຟຟ້າ, ເຮືອນວັດທະນະທຳໄດ້ລົງທຶນຢ່າງຄົບຊຸດ, ບໍ່ມີຄອບຄົວທຸກຍາກອີກ. ສະນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກກໍ່ນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ