(vovworld) – ວັນທີ 16/5, ຟິລິບປິນ ໄດ້ປະກາດຄຳສັ່ງຫ້າມຫາປາ ໃນເວລາ 2 ເດືອນຢູ່ເກາະ Scarborough (ເຊິ່ງຈີນເອີ້ນວ່າເກາະ ຂວາງແຢ້ນ) ບ່ອນທີ່ພວມມີການພິພາດກັນບົນທະເລ, ພາຍຫຼັງທີ່ປະເທດນີ້ຖະແຫຼງວ່າບໍ່ຮັບຮູ້ຄຳສ່ັງຫ້າມຫາປາທີ່ຄ້າຍຄືກັນຂອງ ຈີນ. ບັນດາຄຳສັ່ງຂອງ ຟິລິບປິນ ແລະ ຈີນ ລ້ວນແຕ່ມີຜົນສັກສິດແຕ່ວັນທີ 16/5, ວົງການນັກສັງເກດການຖືວ່າ ຄຳສັ່ງດັ່ງກ່າວແມ່ນໂອກາດເພື່ອຊອກຫາມາດຕະການແກ້ໄຂເພື່ອໃຫ້ 2 ປະເທດນີ້ຖອນອອກຈາກການພິພາດເກາະ Scarborough ຫ່າງຈາກເກາະ Luzon ຂອງ ຟິລິບປິນ 230 ກມ ແລະ ຫ່າງຈາກຈີນ 1.200 ກມ.