ມີ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ສະ​ໜັບ​ສະ​ໜູນ​ກອງ​ທຶນ​ຊື້ ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ວັນທີ 25 ພຶດສະພາ, ທ່ານ ຫງວຽນແທັງລອງ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບເງິນເປັນຈຳນວນ 125 ຕື້ດົ່ງ, 1 ລ້ານ USD ແລະ ວັກຊິນກັນໂຄວິດ - 19 ຈຳນວນ 1 ລ້ານໂດສ ຈາກບັນດາກຸ່ມບໍລິສັດ, ວິສາຫະກິດ ຊ່ວຍໜູນແກ່ການຊື້ ແລະສັກວັກຊິນກັນໂຄວິດ - 19.
ມີ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ສະ​ໜັບ​ສະ​ໜູນ​ກອງ​ທຶນ​ຊື້ ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ຜູ້ຕາງໜ້າກຸ່ມບໍລິສັດ T&T Group ໄດ້ມອບວັກຊິນ 1 ລ້ານໂດສເພື່ອໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: TTXVN)

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຫງວຽນແທັງລອງ ໃຫ້ຮູ້ວ່າ ການໜູນຊ່ວຍອັນລ້ຳຄ່າຂອງບັນດາກຸ່ມບໍລິສັດ, ວິສາຫະກິດມີປະສິດທິຜົນຢ່າງແທ້ຈິງ, ປະກອບສ່ວນເຂົ້າຜົນສຳເລັດຂອງການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ກະຊວງສາທາລະນະສຸກຫວັງວ່າ ບັນດາຫົວໜ່ວຍສືບຕໍ່ຮ່ວມເດີນທາງພ້ອມກັບຂະແໜງສາທາລະນະສຸກ ແລະ ທົ່ວປະເທດ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ທັດສະນະຊີ້ນຳຂອງກົມການເມືອງ ແມ່ນລະດົມທຸກແຫຼ່ງກຳລັງໃນສັງຄົມເພື່ອເຮັດແນວໃດເພື່ອໃຫ້ຫວຽດນາມ ອາດສາມາດ ສຳຜັດກັບວັກຊິນກັນໂຄວິດ - 19 ໄວທີ່ສຸດ ແລະ ຮັບປະກັນເລື່ອງປະຊາຊົນໄດ້ສຳຜັດກັບວັນຊິນຢ່າງກ້ວາງຂວາງ, ເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19 ແລະ ນຳຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ພ້ອມກັບຄວາມມານະພະຍາຍາມສຳຜັດ, ຊອກຫາວັກຊິນຈາກພາຍນອກ, ກະຊວງສາທາລະນະສຸກ ໄດ້ ແລະ ພວມຕັ້ງໜ້າ ເຮັດວຽກກັບບັນດາຄູ່ຮ່ວມມື, ລະດົມບາງກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມການຜະລິດວັກຊິນກັນໂຄວິດ - 19 ຢູ່ພາຍໃນປະເທດ, ດ້ວຍເປົ້າໝາຍຮອດປີ 2022, ຈະມີວັກຊິນກັນໂຄວິດ - 19 ໂດຍ ຫວຽດນາມຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ