ມີິຊາວອົບພະຍົບຫຼາຍຄົນຖືກເສຍຊີວິດຢູ່ທະເລເກຼັກ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 27/01, ກຳລັງປົກປ້ອງແຄມຝັ່ງທະເລເກຼັກ ໄດ້ຊອກເຫັນສາກສົບຊາວອົບພະຍົບ 6 ຄົນ, ໃນນັ້ນມີເດັກຊ້າຍຄົນໜຶ່ງ ພາຍຫຼັງກ່ຳປັ່ນຂົນສົ່ງບັນດາຊາວອົບພະຍົບເຫຼົ່ານີ້ຖືກຈົມນຳ້ຢູ່ນອກຝັ່ງທະເລເກາະ Kos. ພາຍຫຼັງທີ່ຊາວອົບພະຍົບຜູ້ໜຶ່ງລອດຕາຍຈາກເຫດກ່ຳປັ່ນຖືກຈົມນ້ຳແຈ້ງກ່ຽວກັບເຫດການນັ້ນ, ການກູ້ໄພກູ້ຊີບໄດ້ຮັບການປະຕິບັດ ແລະ ຊາວອົບພະຍົບດັ່ງກ່າວຖືກຊອກເຫັນ. ເຫດກ່ຳປັ່ນຈົມນ້ຳໄດ້ເກີດຂຶ້ນພາຍຫຼັງມີຊາວອົບພະຍົບ 45 ຄົນ ໃນນັ້ນມີເດັກນ້ອຍ 20 ຄົນຖືກຕາຍດຶກນ້ຳຢູ່ນອກຝັ່ງທະເລເກາະ Kololimnos, ໃກ້ກັບເກາະ Kos ພຽງ 5 ວັນ.
ໂດຍບໍ່ຫົວຊາຕໍ່ລະດູໜາວທີ່ຮ້າຍແຮງ, ແຕ່ລະມື້ຈຳນວນຊາວອົບພະຍົບຈາກຕວກກີ ຍັງຄົງສືບຕໍ່ເຄື່ອນຍ້າຍເຖິງເກາະຕ່າງໆຂອງເກຼັກ. ຕາມຕົວເລກຂອງສະຫະປະຊາຊາດຊີ້ໃຫ້ເຫັນວ່າ ນັບແຕ່ຕົ້ນປີມາຮອດປະຈຸບັນ, ມີຊາວອົບພະຍົບກວ່າ 46.000 ຄົນໄດ້ເຂົ້າໄປປະເທດເກຼັກ, ຫຼາຍກວ່າທົບ 31 ເທົ່າເມື່ອທຽບໃສ່ຈຳນວນຊາວອົບພະຍົບເຂົ້າປະເທດນີ້ໃນເດືອນ 01/2015.