ມີນັກທ່ອງທ່ຽວຕ່າງປະເທດເກືອບ3.500ຄົນມາຢ້ຽມຢາມກຸງເກົ່າເຫ້ວໃນມື້ຕົ້ນປີໃຫມ່

ມີນັກທ່ອງທ່ຽວຕ່າງປະເທດເກືອບ3.500ຄົນມາຢ້ຽມຢາມກຸງເກົ່າເຫ້ວໃນມື້ຕົ້ນປີໃຫມ່ - ảnh 1
ມອບຊໍ່ດອກໄມ້ໃຫ້ນັກທ່ອງທ່ຽວ
ພາບ:.trt.com.vn

(vovworld)-  ທ່ານ ຟານ​ແທງ​ຫາຍ, ຜູ້ອຳນວຍການ​ສູນ​ອະນຸລັກ​ຮັກສາ​ເຂດ​ປູ​ຊະນີ​ຍະສະ​ຖານ ກຸງ​ເກົ່າ ​ເຫ້ວ ​ໃຫ້​ຮູ້​ວ່າ: ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່, ຂະ​ແຫນງ​ທ່ອງ​ທ່ຽວ​​ແຂວງເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ຕັ້ງ​ການ​ຕ້ອນຮັບ ​ແລະ ອວຍພອນ ນັກ​ທ່ອງ​ທ່ຽວ 20 ຄົນ​ ເຂົ້າທ່າ​ອກາດສະຍານ​ສາກົນ ຟູ​ບາຍ​ໃນ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃຫມ່. ປີ 2014, ​ແຂວງ ​ເທື່ອ​ທຽນ​ເຫ້ວ ສູ້​ຊົນ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​​ແຕ່ 2,8-3 ລ້ານ​ເທື່ອ​ຄົນ ດ້ວຍ​ຍອດ​ລາຍ​ຮັບ​ບັນລຸ 2.800-2.900 ຕື້​ດົງ, ​ເພີ່ມ​ຂຶ້ນ 16-18% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ປີ 2013, ​ໃນ​ເງື່ອນ​ໄຂ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ ປະ​ົບກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແຕ່​ຂະ​ແຫນງ​ທ່ອງ​ທ່ຽວ​ແຂວງ ​ເທື່ອທຽນ​ເຫ້ວ ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກ​ືອບ 2,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ສາກົນກວ່າ 900.000 ​ເທ່ືອ​ຄົນ.

ຂ່າວ/ບົດ​ອື່ນ