ມວຍພື້ນເມືອງຫວຽດນາມ ພວມໄດ້ຮັບຄວາມນິຍົມຈາກເພື່ອນມິດໃນ5ທະວີບ

(VOVWORLD) -ງານແຂ່ງຂັນຊິງຊະນະເລີດມວຍພື້ນເມືອງຫວຽດນາມ ຄັ້ງທີ 2 ປີ 2018 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ ຢູ່ ສູນແຂ່ງຂັນກິລາ ໝີດີງ  ນະຄອນ ຮ່າໂນ້ຍ. 
ມວຍພື້ນເມືອງຫວຽດນາມ ພວມໄດ້ຮັບຄວາມນິຍົມຈາກເພື່ອນມິດໃນ5ທະວີບ - ảnh 1 ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານແຂ່ງຂັນ

ງານແຂ່ງຂັນນີ້ ໂດຍສະຫະພັນໂລກກ່ຽວກັບ ມວຍພື້ນເມືອງ ຫວຽດນາມສົມທົບກັບພະແນກວັດທະນະທຳ ກິລາ ຮ່າໂນ້ຍ ຈັດຕັ້ງ. ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານແຂ່ງຂັນ.

ປະຈຸບັນ ຢູ່ໃນໂລກ ມີປະມານ 1 ລ້ານຄົນຮຽນມວຍພື້ນເມືອງຫວຽດນາມ ຢູ່ 45 ປະເທດ ແລະ ເຂດແຄ້ວນ. ທ່ານ ເຈີນຫວຽດ ຮອງເລຂານຸການ ສະຫະພັນໂລກກ່ຽວກັບມວຍພື້ນເມືອງຫວຽດນາມໃຫ້ຮູ້ວ່າ:

“ງານແຂ່ງຂັນມວຍພື້ນເມືອງຫວຽດນາມ ຄັ້ງທີ 2 ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງ 320 ນັກກິລາປະເພດມວຍພື້ນເມືອງ, ເຈົ້າຫນ້າທີ່ ກວ່າ 100 ທ່ານ ມາຈາກ 29 ປະເທດ, ລວມມີ 45 ຄະນະ. ເມື່ອທຽບໃສ່ງານແຂ່ງຂັນມວຍພື້ນເມືອງຄັ້ງທີຫນຶ່ງ ຈຳນວນຜູ້ເຂົ້າຮ່ວມແມ່ນເພີ່ມຂຶ້ນທົບສອງເທົ່າ. ຄັ້ງທີ 3 ອາດຈະຖືກຈັດຂຶ້ນຢູ່ ເອີລົບ, ອາຟຼິກາ ຫລື ອິນເດຍ”

ຕອບກັບ

ຂ່າວ/ບົດ​ອື່ນ