ມອບລາງວັນການຂຽນ,ໂຄສະນາກ່ຽວກັບຫົວຂໍ້“ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”

ມອບລາງວັນການຂຽນ,ໂຄສະນາກ່ຽວກັບຫົວຂໍ້“ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ” - ảnh 1
ທ່ານ ດິງ​ເທ໋​ຮິງ ໄດ້​ເຂົ້າ​ຮ່ວມ​ພິ​ທີມ​ອບ​ລ​າງວັນ
(ພາບ: DƯƠNG HÒA)

(vovworld) – ຕອນ​ຄ່ຳ​ວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ການ​ຂຽນ, ໂຄ​ສະ​ນາ​ບັນ​ດາ​​ບົດ​ຂຽນ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ແລະ ໜັງ​ສື​ພິມ​ດ້ວຍ​ຫົວ​ຂໍ້​ວ່າ “ຮ່ຳ​ຮຽນ ແລະ ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ” ຄັ້ງທີ 2 ປີ 2015. ເຂົ້າ​ຮ່ວມ​​ພິ​ທີມອບ​ລາງວັນ​ມີ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ, ທ່ານ ດິງ​ເທ໋​ຮີງ, ກ​ຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູ​ນ​ກາງ.

        ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ 11 ລາງວັນ A, 59 ລາງວັນ B, 87 ລາງວັນ C ແລະ 81 ລາງວັນ​ຊົມ​ເຊີຍໃຫ້​ບັນ​ດາ​ບົດ​ເສັງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ດິງ​ເທ໋​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູ​ນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢັ້ງ​ຢືນ​ວ່າ:

        “ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ສາ​ມາດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຕົນ, ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ຂ່າວ, ພະ​ນັກ​ງານ​ໂຄ​ສະ​ນາ ໄດ້​ແຕ່ງ​ບັນ​ດາ​ບົດ​ຂຽນ​ທີ່​ມີ​ຄຸ​ນ​ຄ່າ. ການ​ເສັງ​ໄດ້​ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ ແລະ ໂຄ​ສະ​ນາ​ບັນ​ດາ​ຮູບ​ແບບ​ໃນ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ, ບັນ​ດາ​ແບບ​ຢ່າງວຽກ​ດີ​ຄົນ​ເດັ່ນ, ບັນ​ດາ​ວິ​ທີ​ເຮັດ​ທີ່​ດີ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຮ່ຳ​ຮຽນ ແລະ ປ​ະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈີ​ມິນ.”


ຂ່າວ/ບົດ​ອື່ນ