ມອບລາງວັນ “ການເສັງປະລະໄນຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ”

ມອບລາງວັນ “ການເສັງປະລະໄນຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ” - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 2/8, ຢູ່ ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ຄັ້ງ​ທີ 1 “ການ​ເສັງ​ປະລະໄນ​ຊອກ​ຮູ້​ປະຫວັດສາດ​​ແຫ່ງການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ”. ຄະນະ​ຈັດ​ຕັ້ງ ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ທີ່​ດີ​ເດັ່ນ 96 ຄົນ. ກ່າວ​ຄຳ​ເຫັນ​ນະ​ພິທີ​ມອບ​ລາງວັນ, ທ່ານ Truong Minh Tuan, ຮອງຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໃຫ້​ຮູ້​ວ່າ: ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ເສັງ ກໍ​ຄື​ບັນດາ​ຂີດ​ໝາຍ​ພິ​ເສດ​ຂອງ​ປະຫວັດສາດ​​​ແຫ່ງການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໄດ້​ດຶງ​ດູດ​ບໍ່​ພຽງ​ແຕ່​ລຸ້ນ​ກ່ອນທີ່​​ໄດ້​ຜ່ານ​ຊຸມ​​ເດືອນ​ປີ​​ແຫ່ງສົງຄາມ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ໄວ​ໜຸ່ມ ​ເຊິ່ງ​ແມ່ນ​ນັກ​ສຶກສາ​​ມະຫາວິທະຍາ​ໄລ​ຕ່າງໆ, ພະນັກງານ, ນັກຮົບ​ໃນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​​​ໃນ​ສັງຄົມເຂົ້າ​ຮ່ວມອີກ​ດ້ວຍ. ພິ​ເສດ, ກາ​ນ​ເສັງ​ຍັງ​ດຶງ​ດູດ​ການ​​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາລາ​ວ ທີ່​ພວມ​ຮຳ່ຮຽນ​ຢູ່​ຫວຽດນາມ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ເສັງ​ປະລະ​ໄນ​ຖືກ​ຈັດ​ຂຶ້ນ​ໃນ​​ແຕ່​ລະອາ​ທິດ, ​ການ​ເສັງ​ຂຽນ​ດ້ວຍ 11 ຫົວ​ຂໍ້​ທີ່​ອຸດົ​ມສົມ​ບູນ, ຫຼາຍ​ຮູບ​ຫຼາຍ​ແບບ ກໍ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່ 63 ​ແຂວງ, ນະຄອນ ກໍ​ຄື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ