ມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກກ່ຽວກັບການປະຕີບັດວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ

       ມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກກ່ຽວກັບການປະຕີບັດວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ກອງ​ປະ​ຊຸ​ມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມສະ​ໄໝ​ທີ 12

(vovworld)- ວັນ​ທີ 5/11, ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດສະ​ໄໝ​ທີ 12, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ໄດ້​ເຊັນ​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບການ​ປະ​ຕີ​ບັດ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຮັກ​ສາ​ສະ​ຖຽນ​ລ​ະພາບທາງ​ດ້ານ​ການ​ເມືອງ-ສັງ​ຄົມ​ໃນ​ສະ​ພາບ​ການ​ທີ່​ເຂົ້າ​ຮ່ວມ​ບັນ​ດ​າ​ສັນ​ຍາ​ການ​ຄ້າ​ລຸ່ນ​ໃໝ່.      ມະ​ຕິ​ໄດ້​ຊີ້​ແຈ້ງ​ທັດ​ສະ​ນະ​ການ​ຊີ້​ນຳ. ນັ້ນ​ແມ່ນ​ຍຶດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຮູບຫຼາຍ​ແບບຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແມ່ນ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ເພື່ອ​ກໍ່​ສ້າ​ງ ແລະ ພັດ​ທະ​ນາ, ປົກ​ປັກ​ຮັກ​ສາປະ​ເທດ​ຊາດ.      ມະ​ຕິ​ຍັງ​ຊີ້​ແຈ້ງ​ບາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ຂອງ​ຫວຽດ​ນາມ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ