ມານະພະຍາຍາມຊຸກຍູ້ການສົ່ງອອກເຕີບໂຕແລະແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ວິສາຫະກິດ

ມານະພະຍາຍາມຊຸກຍູ້ການສົ່ງອອກເຕີບໂຕແລະແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ວິສາຫະກິດ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​
ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ
ພາບ:dantri.vn

(vovworld)- ປີ 2015, ກະ​ຊວງອ​ຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ. ນີ້​ແມ່​ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ຕາມ​ທ່ານ ຫວູ​ຮູຍ​ຮ່​ວາງ​ແລ້ວ, ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ປະ​ຈຸ​ບັນ ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ຄ້າ​ຕ່າງ​ປະ​ເທດ ສະ​ນັ້ນ ​ຊຸກ​ຍູ້​ການ​ສົ່ງ​ອອກເຕີບ​ໂຕ​ດ້ວຍ​ຈຸດ​ໝາຍ​ເພີ່ມ​ຂຶ້ນ 10% ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫນ້າ​ທີ່​ສຳ​ຄັນ​ຊື່ງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຕ້ອງ​ປະ​ຕິ​ບັດ.

        “ສຸມ​ໃສ່​ຊອກ​ຫາ​ຕະ​ຫລາດ​ສົ່ງ​ອອກ​ໃຫມ່, ປ່ຽນ​ໃຫມ່​ວິ​ທີ​ການ​ສົ່ງ​ເສີມ​ການ​ຄ້າ. ສືບ​ຕໍ່​ຮັບ​ມື​ກັບ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ການ​ບຸບ​ລາ​ຄາ, ຕ້ານ​ການ​ອຸດ​ຫນູນ​ຊື່ງ​ຕະ​ຫລາດ​ບັນ​ດາ​ປະ​ເທດ​ພວມ​ນຳ​ໃຊ້​ສຳ​ລັບ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ຫນ້າ​ທີ່​ສຳ​ຄັນ​ຫນຶ່ງ​ອີກ ນັ້ນ​ແມ່ນ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຈະ​ເອົາ​ໃຈ​ໃສ່​ຫລາຍກວ່າ​ເຖິງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ.”

ຂ່າວ/ບົດ​ອື່ນ