ມາເລເຊຍປຶກສາຫາລື ວິທີໃໝ່ເພື່ອຊອກຫາ ເຮືອບິນ MH-370
ພາຫະນະຂອງອົດສະຕາລີເພື່ອຊອກຫາເຮືອບິນ MH-370
(ພາບ:THX/TTXVN)
(vovworld)- ທ່ານ Hishammuddin Hussein ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນຮັກສາການລັດຖະມົນຕີກະຊວງຄົມມະນາຄົມມາເລເຊຍ ໃຫ້ຮູ້ວ່າ: ປະເທດນີ້ຈະປຶກສາຫາລືກັບບັນດາຄູ່ຮ່ວມມືສາກົນກ່ຽວກັບເລື່ອງຜັນຂະຫຍາຍບັນດາພາຫະນະທີ່ມີຄວາມສາມາດຊອກຫາເຮືອບິນ MH-370 ຢູ່ເຂດທະເລເລິກ ແລະ ຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຊອກຫານີ້. ຕາມທ່ານລັດຖະມົນຕີ Hishammuddin Hussein ແລ້ວ, ໜ່ວຍສືບສວນສາກົນຈະລວມມີຜູ້ຕາງໜ້າທາງການຂອງຄະນະກຳມະການຄົມມະນາຄົມປອດໄພແຫ່ງຊາດອາເມລິກາ, ອົງການສືບສວນອຸບັດຕິເຫດການບິນອັງກິດ, ກົມສືບສວນອຸບັດຕິເຫດການບິນຈີນ…. ແລະ ຜູ້ຕາງໜ້າຂອງອາຊຽນ ທີ່ມາຈາກສິງກະໂປ ແລະ ອິນໂດເນເຊຍ. ໜ້າທີ່ຕົ້ນຕໍ່ຂອງໜ່ວຍສືບສວນສາກົນແມ່ນຕີລາຄາ, ສືບສວນ ແລະ ຍົກອອກຂໍ້ສະຫລຸບກ່ຽວກັບເຫດການເຮືອບິນ MH-370 ຖືກຫາຍສາບສູນ ເພື່ອແນໃສ່ຫລີກລ້ຽງເຫດການເຊັນດຽວກັນໃນອະນາຄົດ./.