ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11
ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11
(vovworld) - ຕອນເຊົ້າວັນທີ 11/1, ຄະນະບໍລິຫານງານສູນກາງໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເປັນປະທານກອງປະຊຸມ.
ຄະນະບໍລິຫານງານສູນກາງຮັບຟັງບົດລາຍງານກ່ຽວກັບໝາກຜົນແຫ່ງການລົງຄະແນນສຽງໄວ້ວາງໃຈຂອງຄະນະບໍລິຫານງານສູນກາງສຳລັບບັນດາທ່ານກຳມະການກົມການເມືອງ, ກຳມະການຄະນະເລຂາຊຸດທີ 11.
ທ່ານໂຕຮູຍເຮື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງອ່ານໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງເລືອກຕັ້ງເພີ່ມກຳມະການຄະນະກຳມະການກວດກາສູນກາງຊຸດທີ 11.
ທ່ານ ໂງວັນຢຸ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງອ່ານໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງພິຈາລະນາແກ້ໄຂຮ້ອງຟ້ອງປະຕິບັດວິໄນພັກ.
ຄະນະບໍລິຫານງານສູນກາງພັກໄດ້ເລືອກຕັ້ງກຳມະການຄະນະກຳມະການກວດກາສູນກາງຊຸດທີ 11 ເພີ່ມຕື່ມອີກ 8 ທ່ານ, ລົງມະຕິຮັກສາຮູບການປະຕິບັດວິໄນພັກໄວ້ຄືຂໍ້ສະເໜີຂອງກົມການເມືອງ.
ຕອນບ່າຍ, ຄະນະບໍລິຫານງານສູນກາງເຮັດວຽກຢູ່ໜ່ວຍ, ປຶກສາຫາລືກ່ຽວກັບແຜນຮ່າງວາງແຜນກຳນົດພັດທະນາ ແລະ ຄຸ້ມຄອງສື່ມວນຊົນທົ່ວປະເທດເຖິງປີ 2025.