ມີ 3 ກໍລະນີຕິດເຊື້ອໂຄວິດ - 19 ຕື່ມອີກທີ່ມາຈາກຕ່າງປະເທດ

(VOVWORLD) -ຫວຽດນາມ ມີ 332 ກໍລະນີຕິດເຊື້ອໂຄວິດ-19. ໃນນັ້ນມີ 316/331 ກໍລະນີໄດ້ຮັບການປິ່ວປົວຫາຍດີ.
ມີ 3 ກໍລະນີຕິດເຊື້ອໂຄວິດ - 19 ຕື່ມອີກທີ່ມາຈາກຕ່າງປະເທດ - ảnh 1(ພາບປະກອບ: TTXVN)

ຕາມແຫຼ່ງຂ່າວທີ່ອອກອາກາດໃນເວລາ 18 ໂມງຂອງວັນທີ 08 ພຶດສະພາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ໄດ້ມີຕື່ມອີກ 3 ກໍລະນີຕິດເຊື້ອໂຄວິດ- 19 ທີ່ໄດ້ແຍກຕົວພາຍຫຼັງເຂົ້າເມືອງໂດຍທັນທີ ແລະ ບໍ່ສາມາດຕິດແປດອອກສູ່ຊຸມຊົນ.

ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 332 ກໍລະນີຕິດເຊື້ອໂຄວິດ-19. ໃນນັ້ນມີ 316/331 ກໍລະນີໄດ້ຮັບການປິ່ວປົວຫາຍດີ. ສ່ວນ 16 ກໍລະນີຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍ, ຄົນເຈັບສ່ວນຫຼາຍແມ່ນມີອາການສຸຂະພາບເປັນປົກກະຕິ. ເປັນອັນວ່າ ຜ່ານ 53 ວັນຢ່າງລຽນຕິດ ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ