ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ ປະຊາຊົນຢູ່ທ້ອງຖິ່ນຕ່າງໆ

ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ ປະຊາຊົນຢູ່ທ້ອງຖິ່ນຕ່າງໆ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
(ພາບ: TTXVN)


(vovworld) -     ຕອນ​ບ່າຍວັນ​ທີ 21/01, ​ໃນ​ການ​​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນປີ​ໃໝ່​ຢູ່​ສູນອຸປະ​ກະລະ​ເດັກ ຕາມ​ບິ່ງ (​ເມືອງ​ຖຸ​ດຶກ​, ນະຄອນ​ໂຮ່ຈິ​ມິນ), ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຍ້ອງ​ຍໍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ກໍ່​ຄື​ນ້ຳ​ໃຈ​ຂອງ​ບັນດາ​ພະນັກງານ, ພາລະ​ກອນ​ ສູນອຸປະ​ກະລະ​ເດັກ​ໃນ​ຊຸມ​ປີຜ່ານ​ມາ. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາວ​່າ ສູນ​ອຸປະ​ກະລະເດັກ ຕາມ​ບິ່ງ ຕ້ອງ​ມີ​ລາຍການ​ແນະ​ນຳ​ໃຫ້​ພວກ​ຫຼານ​ຮຽນ​ທັກ​ສະ​​ດຳລົງ​ຊີວິດຕົວ​ຈິງ, ​ເພື່ອ​​ໃຫ້ພວກ​ຫຼານ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສັງຄົມ. ຄຽງ​ຂ້າງ​ນັ້ນ, ສູນ​ຕ້ອງ​ລົງທຶນຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້​ບັນດາ​ພວກ​ຫຼານ​ມີ​ການ​ດຳລົງ​ຊີວິດທີ່​ດີ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ສັງຄົມ.

        ມີ​ຈຳນວນ​ເງິນ​ເກືອບ 1,5 ຕື້​ດົງ ​ໂດຍວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ, ບຸກຄົນ ​ແລະ ບັນດາ​ອົງການ, ຄະນະ, ຂະ​ແໜງ​ການ​ຢູ່ແຂວງ​ລາວ​ກາຍ ບໍລິຈາກ ສະໜັບສະໜູນ​ປະຊາ​ຊົມ​ທີ່​ທຸກ​ຍາກ​​ເພື່ອຕ້ອນຮັບ​ບຸນ​ປີ​ໃໝ່ ປີ​ມະ​ເມຍ 2014. ປີນີ້ ​ແຂວງ ລາວ​ກາຍ ​ໄດ້​ມີ​ການ​ເຄື່ອນ​​ໄຫວ​ກຸສົນຫຼາຍ​ຢ່າງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ຜູ້ຄົນ​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ພິ​ເສດ​ແມ່ນລາຍການ​ບຸນ​ປີ​ໃໝ່ປີ​ມະ​ເມຍ 2014 “​ເພື່ອ​ຄົນ​ທຸກ​ຍາກ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ອານ​ຢາງ ​ໄດ້​ຈັດ​ 8 ​ຄະນະ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນອວຍພອນ​ປີ​ໃໝ່​ບັນດາ​ກົມ​ກອງ​ທະຫານ, ​ໂຮງໝໍ... ​ໃນ​ບໍລິ​ເວນ​ແຂວງ.

        ທີ່​ແຂວງ​ກວາງ​ບິ່ງ, ຄະນະ​ປະຈຳຊາວ​ໜຸ່ມ​ແຂ​ວງກວາງ​ບິ່ງ ​ໄດ້​ມອບ​ຂອງ​ຂວັນ 70 ພູດ ​ໃຫ້​ແກ່​ບັນດາ​ໄວໜຸ່ມ​ເຍົາວະ​ຊົນກຳພ້າ ​ແລະ ບັນດາ​ນັກຮຽນ​ຊົນ​ເຜົ່າ ​ແລະ ບັນດາຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ອະດີດຊາວ​ໜຸ່ມ​ຕະລຸມ​ບອນ...

     ​ເນື່ອງ​ໃນ​ໂອກາດ​ນີ້​ ສະຫະພັນ​ແຮງ​ງານ​ແຂວງ ​ເຮົ້າ​ຢາງ ​ໄດ້​ຈັດ​ພິທີ​ພົບ​ປະສ້າງສັນ​ກັບກຳ​ມະກອນ​ເພື່ອ​ຕ້ອນຮັບ​ບຸນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ 3.000 ພູດ ​ໃຫ້​ແກ່​ພະນັກງານ, ພາລະ​ກອນ, ລັດຖະກອນ, ຄົນ​ງານ​ທີ່ທຸກ​ຍາກ ​ເພື່ອ​ຕ້ອນຮັບ​ບຸນ​ປີ​ໃໝ່ ປີ​ມະ​ເມຍ 2014.

ຂ່າວ/ບົດ​ອື່ນ