ຢູແກຼນຮຽກຮ້ອງລັດເຊຍດຳເນີນການເຈລະຈາຢູ່ເຂດເປັນກາງ

ຢູແກຼນຮຽກຮ້ອງລັດເຊຍດຳເນີນການເຈລະຈາຢູ່ເຂດເປັນກາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ Arsenny Yaseniuk
(ພາບ: dantri.com.vn)

(vovworld) – ​ຢູ​ແກຼນ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ເຈ​ລະ​ຈາ ຢູ່ “ເຂດ​ດິນ​ແດ​ນ​ເປັນ​ກາງ” ດ້ວຍ​ການ​ເປັນ​ຄົນ​ກາງ​​ໄກ່​ເກ່ຍຂອງ ອາ​ເມ​ລິ​ກາ ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ). ນັ້ນ​ແມ່ນ​​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ Arsenny Yaseniuk ຢູ່​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ ກັບ​ຄູ່​ຕຳ​ແໜ່ງ ນອກ​ແວ Erna Solberg ໃນ​ວັນ​ທີ 18/11 ຢູ່ ກີ​ແອບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Yaseniuk ເນັ້ນ​ໜັກວ່າ: ເງື່ອນ​ໄຂ​ເພື່ອ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່ Donbass, ພາກ​ຕາ​ເວັນ​ອອກ ຢູ​ແກຼນ ມີ​ສະ​ຖຽນ​ລະ​ພາບ, ແລະ ເຈ​ລະ​ຈາ​ກັບ ລັດ​ເຊຍ ແມ່ນ ມົດ​ສ​ກູ ຕ້ອງ​​ປະ​ຕິ​ບັດ​ບັນ​ດາ​ພັນ​ທະ​​ຂອງ​ຕົນ​ຕາມ​ຂໍ້​ຕົກ​ລົງ Minsk (ເບ​ລາ​ຣຸດ). ໂຕ້​ຕອບ​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Grygori Karasin ຖະ​ແຫຼງວ່າ: ລັດ​ເຊຍ ກຽມ​ພ້ອມ​ເຂົ້າ​ຮ່ວມ​ທຸກໆ​ການ​​ເຈ​ລະ​ຈາ​ກັບ ຢູ​ແກຼນ. ຕາມ​ທ່ານ Karasin, ຢູ່​ພາກ​ຕາ​ເວັນ​ອອກ ສ່ຽງ​ໃຕ້ ຢູ​ແກຼນ ມີ​ບັນ​ດາ​ຜູ້​ຕາງ​ໜ້າ​ໄດ້​ຮັບ​ການ “ສະ​ໜັບ​ສະ​ໜູນ ແລະ ເຊື່ອ​ໝັ້ນ” ຈາກ ປະ​ຊາ​ຊົ​ນ ແລະ ກີ​ແອບ​ຕ້ອງ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ຕາງ​ໜ້ານີ້​ແທນ​ທີ​ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ “​ທີ່ຂາດ​ປະ​ສິດ​ທິ​ຜົນ”.


ຂ່າວ/ບົດ​ອື່ນ