ລຸກຊຳບວກໜູນຊ່ວຍ ເທື່ອທຽນ - ເຫວ້ ປະຕິບັດໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ເປົ້າໝາຍຂອງໂຄງການເພື່ອແນໃສ່ປະຕິບັດບັນດາເປົ້າໝາຍຂອງແຂວງ ແລະ ສູນກາງກ່ຽວກັບການເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງລະບົບທຳມະຊາດ ແລະ ມະນຸດ
ລຸກຊຳບວກໜູນຊ່ວຍ ເທື່ອທຽນ - ເຫວ້ ປະຕິບັດໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ພາບປະກອບ

ທ່ານປະທານຄະນະກຳມະການປະຊາຊົນ ແຂວງເທື່ອທຽນ - ເຫວ້ ຫງວຽນວັນກາວ ຫາກໍ່ເຊັນຂໍ້ຕົກລົງອະນຸມັດ ແລະ ຜັນຂະຫຍາຍການປະຕິບັດໂຄງການ “ປັບຕົວໃຫ້ແທດເໝາະ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແຂວງເທື່ອທຽນ - ເຫວ້” ໂດຍ ລັດຖະບານລຸກຊຳບວກ ອຸປະຖຳຜ່ານກອງທຶນດິນຟ້າອາກາດສາກົນ ລຸກຊຳບວກ. ໂຄງການມີຍອດມູນຄ່າການລົງທຶນ 2,3 ລ້ານ ເອີໂລ (ປະມານ 55 ຕື້ 500 ລ້ານດົ່ງ). ໃນນັ້ນ, ແຫຼ່ງທຶນຊ່ວຍເຫຼືອລ້າຂອງ ລຸຊຳບວກ ແມ່ນ 2 ລ້ານ ເອີໂລ (ປະມານ 48 ຕື້ 234 ລ້ານດົ່ງ). ໂຄງການໄດ້ຜັນຂະຫຍາຍໃນບໍລິເວນ 29 ຕາແສງ ດ້ວຍໄລຍະເວລາການປະຕິບັດແມ່ນ 30 ເດືອນ.

ເປົ້າໝາຍຂອງໂຄງການເພື່ອແນໃສ່ປະຕິບັດບັນດາເປົ້າໝາຍຂອງແຂວງ ແລະ ສູນກາງກ່ຽວກັບການເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງລະບົບທຳມະຊາດ ແລະ ມະນຸດ, ຕາມເນື້ອໃນຈິດໃຈຂອງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວ 2016 ຂອງລັດຖະບານ ແລະ ແຜນການດຳເນີນງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ແຂວງເທື່ອທຽນ - ເຫວ້ ຮອດປີ 2020; ເພີ່ມທະວີຄວາມສາມາດປັບຕົວໃຫ້ແທດເໝາະ ແລະ ຮັບມືກັບບັນດາຄວາມສ່ຽງ ແລະ ໄພທຳມະຊາດທີ່ກ່ຽວຂ້ອງເຖິ່ງການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາຕາແສງເຂດແຄມທະເລ.

 

ຕອບກັບ

ຂ່າວ/ບົດ​ອື່ນ