ລັດຖະບານຂອງທ່ານນາຍົກລັດຖະມົນຕີ M.Draghi ມີບົດບາດຮັກສາສິດອຳນາດຊົ່ວຄາວຢູ່ເວທີການເມືອງ ອີຕາລີ

(VOVWORLD) -ທ່ານນາຍົກລັດຖະມົນຕີ Mario Draghi ລາອອກຈາກຕຳແໜ່ງພາຍຫຼັງການປ່ອນບັດໄວ້ວາງໃຈຢູ່ສະພາສູງ
ລັດຖະບານຂອງທ່ານນາຍົກລັດຖະມົນຕີ M.Draghi ມີບົດບາດຮັກສາສິດອຳນາດຊົ່ວຄາວຢູ່ເວທີການເມືອງ ອີຕາລີ - ảnh 1ທ່ານປະທານາທິບໍດີ ອີຕາລີ Sergio Mattarella
(ພາບ: AFP/TTXVN)

ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ຮັບ ໃບຂໍລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Mario Draghi. ເຖິງຢ່າງໃດກໍ່ຕາມ, ລັດຖະບານຂອງທ່ານ Mario Draghi ຍັງສືບຕໍ່ກຳອຳນາດເພື່ອແກ້ໄຂບັນດາວຽກງານປະຈຸບັນ ຈົນຮອດການເລືອກຕັ້ງຄັ້ງຕໍ່ໄປ.

        ທ່ານນາຍົກລັດຖະມົນຕີ Mario Draghi ລາອອກຈາກຕຳແໜ່ງພາຍຫຼັງການປ່ອນບັດໄວ້ວາງໃຈຢູ່ສະພາສູງ, ເມື່ອ 3 ພັກໃຫຍ່ໃນສຳພັນທະມິດກຳອຳນາດແມ່ນ ຂະບວນການ 5 ດາວ (M5S), Forza Italy ແລະ ສະຫະພັນ ປະຕິເສດເຂົ້າຮ່ວມການປ່ອນບັດ.

        ຂໍ້ຕົກລົງລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ອີຕາລີ ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດາຄູ່ຮ່ວມມືຝ່າຍຕາເວັນຕົກ ແລະ ບັນດາອົງການຈັດຕັ້ງ ເອີລົບ ໃນສະພາບທີ່ວິກິດການພະລັງງານ ແລະ ໄພເງິນເຟີ້ພວມເພີ່ມຂຶ້ນໃນປະຈຸບັນ. ຕາມວົງການນັກໄຈ້ແຍກແລ້ວ, ເລື່ອງທ່ານນາຍົກລັດຖະມົນຕີ Mario Draghi ລາອອກຈາກຕຳແໜ່ງອາດຈະເກີດຄວາມສ່ຽງຍູ້ໃຫ້ ອີຕາລີ ຕົກເຂົ້າສູ່ວິກິດການດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ