ລັດຖະບານຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ

ລັດຖະບານຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ - ảnh 1
ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ
ພາບ:chinhphu.vn


(vovworld)-`ວັນ​ທີ 12/8 ຢູ່ ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ລັດຖະບານ ​ໄດ້​ຈັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ: ການ​ກຳນົດ​ຮູບ​ແບບ​ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​ແມ່ນ​ອີງ​ໃສ່​ການ​ເລືອກ​ເຟັ້ນຜັນ​ຂະຫຍາຍ​ການຈັດ​ຕັ້ງ​ສະພາ​ປະຊາຊົນ​ເມືອງ, ຕາ​ແສງ​ຄື​ແນວ​ໃດ.  ທ່ານ​ນາຍົກລັດຖະມົນຕີ​ໃສ່​ໃຈ​ວ່າ ຄວນ​ເຮັດ​ແຈ້ງ​ພາລະ​ບົດບາດ, ຫນ້າ​ທີ່, ສິດ​ອຳນາດ​ຂອງ​ລັດຖະບານ, ​ເປັນ​ຕົ້ນ​ແມ່ນ​ການ​ປະສານ​ສົມທົບ, ການ​ກວດກາ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ ອຳນາດ​ນິຕິບັນຍັດ, ​ອຳນາດ​ບໍລິຫານ ​ແລະ ​ອຳນາດ​ຕຸລາການ. ​ແລະ ທີ່​ກອງ​ປະຊຸມ,​ ລັດຖະບານ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ ​ແລະ ປຶກສາ​ຫາລື ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ກົນ​ໄກ​ກວດກາ​ຈຸ​ດສຸມ​ການ​ປະກາດ​ໃຊ້​ຄຳ​ສັ່ງ​ແນະນຳ ​ແລະ ຄຳ​ສັ່ງ​ແນະນຳ​ລະຫວ່າງ​ຂ​ະ​ແຫນງ. ທ່ານ​ນາຍົກລັດຖະ​ມົນຕີ ​ໃສ່​ໃຈ​ວ່າ: ບັນດາ​ກະຊວງ, ຂະ​ແຫນ​ງການ​ເມື່ອ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຄຸນ​ນະພາ​ບ​ເອກ​ະສານ, ຮັບປະກັນ​ການ​ກຳນົດ​ຂອງ​ລັດຖະທຳ​ມະນູນ, ຖືກຕ້ອງ​ກັບ​ກົດໝາຍ ​ແລະ ມີ​ຄວາມ​ເປັນ​ໄປ.

ຂ່າວ/ບົດ​ອື່ນ