(vovworld) - ວັນທີ 27 ແລະ 28/8, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸ້ງ, ລັດຖະບານໄດ້ຈັດກອງປະຊຸມ ປະຈຳເດືອນ 8/2014.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸ້ງ ຕີລາຄາວ່າພາຍໃຕ້ການຊີ້ນຳ, ນຳພາຂອງພັກ, ຄວາມມານະພະຍາຍາມລວມຂອງທັງລະບົບການເມືອງ, ກໍ່ຄືທົ່ວປວງຊົນ, ໃນ 8 ເດືອນຕົ້ນປີ 2014, ສະພາບເສດຖະກິດ - ສັງຄົມສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ສະໝຳ່ສະເໝີໃນທຸກດ້ານ. ຜົນງານທີ່ບັນລຸໄດ້ແມ່ນຮອບດ້ານພໍສົມຄວນໃນທຸກຂົງເຂດ; ພື້ນຖານເສດຖະກິດມະຫາພາກນັບມື້ນັບໝັ້ນຄົງ ເຂັ້ມແຂງກວ່າ; ໄພເງິນເຟີ້ໄດ້ຮັບການຄວບຄຸມໄວ້ໃນລະດັບຕໍ່າ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳວ່າ, ໃນ 4 ເດືອນທີ່ຍັງເຫຼືອຂອງປີ 2014, ຈິດໃຈລວມແມ່ນຕ້ອງຢືດໝັ້ນຈຸດໝາຍສັງລວມ, ຕ້ອງມານະພະຍາຍາມສູງສຸດເພື່ອປະຕິບັດບັນດາໜ້າທີ່, ຈຸດໝາຍທີ່ໄດ້ວາງອອກໃນປີ 2014 ໃຫ້ມີປະສິດທິຜົນ. ສ້າງປະຖົມປັດໃຈ, ພື້ນຖານໃຫ້ແກ່ການພັດທະນາ ແລະ ການເຕີບໂຕສູງກວ່າໃນປີ 2015 ແລະ ຊຸມປີຕໍ່ໄປ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດ ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕໃຫ້ທັງ 3 ຂົງເຂດຄື ກະສິກຳ, ອຸດສາຫະກຳ ແລະ ການບໍລິການ; ສູ້ຊົນບັນລຸລະດັບເຕີບໂຕ GDP ໃຫ້ທັງປີແມ່ນ 5,8%. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸ້ງ ໃສ່ໃຈບັນດາກະຊວງ, ຂະແໜງການສືບຕໍ່ຜັນຂະຫຍາຍບັນດາມາດຕະການເພີ່ມທະວີ ກຳລັງຄວາມສາມາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນທົ່ວສັງຄົມຢ່າງຄົບຊຸດ; ສືບຕໍ່ຍູ້ແຮງການເຄື່ອນໄຫວພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ ແລະ ຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມໃນເວທີສາກົນ.