(vovworld) - ໃນຂອບເຂດການເຈລະຈາເພື່ອແກ້ໄຂການປະທະກັນຢູ່ລັດ Kachin ທາງພາກເໜືອ ມຽນມາ, ວັນທີ 12/03, ບັນດາເຈົ້າໜ້າທີ່ລັດຖະບານມຽນມາ ແລະ ອົງການເອກະລາດ Kachin (KIO), ຝ່າຍການເມືອງຂອງກອງທັບປົກປ່ອຍ Kachin (KIA), ໄດ້ເຫັນດີສືບຕໍ່ການເຈລະຈາເພື່ອແນໃສ່ບົນລຸຂໍ້ຕົກລົງຢຸດຍິງລະຫວ່າງ 2 ຝ່າຍຢ່າງແທ້ຈິ່ງ. ຕາມຖະແຫຼງການຮ່ວມ ພາຍຫຼັງການເຈລະຈາ, ຂໍ້ຕົກລົງໄດ້ຮັບການຮັບຮອງເອົາເພື່ອແນໃສ່ສືບຕໍ່ຮອບເຈລະຈາຕ່າງໆ ຈົນເຖິງເວລາໃດທີ່ 2 ຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງຢ່າງແນ່ນອນ ແລະ ແທ້ຈິ່ງ, ໂດຍອິ່ງໃສ່ຄວາມເຂົ້າອົກເຂົ້າໃຈ, ຄວາມນັບຖື ແລະ ຄວາມໄວເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອມຸງໄປເຖິງການເຈລະຈາດ້ານການເມືອງຢ່າງເຂັ້ມງວດ.