ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍຢ້ຽມຢາມຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍຢ້ຽມຢາມຫວຽດນາມ - ảnh 1
(ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ລົງ​ນາ​ມ​ໃນ​ແຜນ​ການ​ຮ່ວມ​ມື​ປີ 2017)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລິກ, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Tia Banh ນຳ​ໜ້າ, ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 08 – 11/01. ຕອນ​ບ່າຍ​ວັນ​ທີ 09/01, ຢູ່​ດ່​ານັ້ງ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ປ​້ອງ​ກັນ​ປະ​ເທດ ໂງ​ຊວນ​ລິກ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ Tia Banh. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເປັນ​ເອ​ກະ​ພາບ​ເນື້ອ​ໃນ, ທິດ​ທາງ​ຮ່ວມ​ມື​ໃນ​ປີ 2017 ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້​ນ; ຮັກ​ສາ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ; ລາດ​ຕາ​ເວນ​​ຮ່ວມ​ບົນ​ທະ​ເລ; ຍູ້​ແຮງ​ວຽກ​ງານ​ຊອ​ກ​ຫາທ້ອນ​ໂຮມອັດ​ຖິ​ທະ​ຫານ​ອາ​ສາ​ສະ​ມັກ ແລະ ນັກ​ທ່ຽວ​ຊານ​ຫວຽດ​ນາມ ທີ່​ເສ​ຍ​ສະ​ຫຼະ​ຊີ​ວິດ​ຢູ່​ກຳ​ປູ​ເຈຍ ຜ່ານ​ໄລ​ຍະ​ສົງ​ຄາມ​ຕ່າງໆ. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ລົງ​ນາ​ມ​ໃນ​ແຜນ​ການ​ຮ່ວມ​ມື​ປີ 2017.

ຂ່າວ/ບົດ​ອື່ນ