(VOVWORLD) - ໂດຍຮັບຄຳເຊີນຂອງທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ,
ທ່ານ ພົນເອກ Shoygu Sergey Kuzhugetovich, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 22 – 23 ມັງກອນ 2018.
ການຢ້ຽມຢາມປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ຄືຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ ຫວຽດນາມ - ສະຫະພັນລັດເຊຍ.