(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົບພັນທາງການທູດລະຫວ່າງຫວຽດນາມ - ຝລັ່ງ, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Laurent Fabius, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມຝລັ່ງຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28/03/2013. ຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Jean Marc Ayrult, ພົບປະເຈລະຈາກັບທ່ານປະທານສະພາສູງ Jean Pierre Bel ແລະ ທ່ານປະທານສະພາຕໍ່າ Claude Bartolonea, ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Laurent Fabius. ທີ່ບັນດາການພົບປະຕ່າງໆ, ບັນດາການນຳຝລັ່ງ ໄດ້ຢືນຢັນວ່າ ຍາມໃດຝລັ່ງ ກໍຖືການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນ ແລະ ປາດຖະໜາວ່າຍາກນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບຝລັ່ງ, ເປັນຄູ່ຮ່ວມມືດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ຮ່ວມມືພັດທະນາທີ່ສຳຄັນອັນດັບໜຶ່ງຂອງຫວຽດນາມ ໃນສະຫະພາບເອີລົບ (EU).
ທີ່ການເຈລະຈາລະຫວ່າງລັດຖະມົນຕີ 2 ທ່ານ, 2 ຝ່າຍໄດ້ແລກປ່ຽນມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ອອກກຖະແຫຼງການຮ່ວມລະຫວ່າງ 2 ກະຊວງການຕ່າງປະເທດກ່ຽວກັບເລື່ອງຍົກສູງການພົວພັນຂອງ 2 ປະເທດຂຶ້ນສູ່ລະກັບຄູ່ຮ່ວມມືຍຸດທະສາດ, ໃນນັ້ນໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຮ່ວມມືຄື ການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ; ເສດຖະກິດ, ການຄ້າ, ການລົງທຶນ, ຮ່ວມມືພັດທະນາ; ວັດທະນະທຳ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ແລະ ອື່ນໆ
ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຝັລ່ງ ໂດຍສະຖານທູດຫວຽດນາມ ປະຈຳຝລັ່ງຈັດຕັ້ງເມື່ອຕອນຄໍ່າວັນທີ 27/03.