ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ສປປ.ເກົາຫຼີ ແລະ ຊີຣີ

(VOVWORLD) - ວັນທີ 24 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜງ່ ອາເມລິກາ Rex Tillerson ໄດ້ໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມ ເກົາຫຼີ ແລະ ບັນດາການຜັນແປດ້ານການທະຫານຢູ່ພາກເໜືອ ຊີຣີ. 
ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ສປປ.ເກົາຫຼີ ແລະ ຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜງ່ ອາເມລິກາ Rex Tillerson (ພາບ:  AFP/TTXVN)

ໃນແຈ້ງການ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ 2 ປະເທດໄດ້ເຫັນດີເປັນເອກະພາບຮຽກຮ້ອງ ສປປ.ເກົາຫຼີ ເຄົາລົບບັນດາຄຳຮຽກຮ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງແໜ້ນແຟ້ນ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ກ່າວເຕືອນກັບຄູ່ຕຳແໜ່ງ ອາເມລິກາ ກ່ຽວກັບຄວາມສາມາດເພີ່ມທະວີຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ເມື່ອ ວໍຊິງຕັນ ຍົກອອກຄຳຖະແຫຼງທີ່ມີລັກສະນະນາບຂູ່.

        ກ່ຽວກັບບັນຫາ ຊີຣີ, 2 ຝ່າຍເນັ້ນໜັກວ່າ ພຽງແຕ່ມີຊາວ ຊີຣີ ຈຶ່ງມີສິດຕັດສິນອະນາຄົດໃຫ້ປະເທດຂອງເຂົາເຈົ້າເທົ່ານັ້ນ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບົດບາດຂອງ ລັດເຊຍ ໃນການຮັບປະກັນອຳນາດການປົກຄອງ Damacus ຮັກສາ “ບົດບາດສ້າງສັນ” ໃນວິວັດທະນາການເຈລະຈາສັນຕິພາບຢູ່ ເຊີແນວ (ສະວິດ).

ຕອບກັບ

ຂ່າວ/ບົດ​ອື່ນ