ລັດຖະມົນຕີການຕ່າງປະເທດ ອາຊຽນ ປະຊຸມຢູ່ ບຣູໄນ
ພາບປະກອບ
(vovworld) - ໃນວັນທີ 11 -12/4, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຈັດກອງປະຊຸມຢູ່ ບຣູໄນ ເພື່ອກະກຽມໃຫ້ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 22 ຈະຖືກດຳເນີນໄປໃນວັນທີ 24 – 25/4/2013 ແລະ ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງມີຄວາມສົນໃຈ. ຕາມນັ້ນແລ້ວ, ບັນດາລັດຖະມົນຕີການຕ່າງປະເທດຈະເຂົ້າຮ່ວມກອງປະຊຸມຕ່າງໆຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (ຫຼື AMM), ກອງປະຊຸມປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ (ຫຼື APSC) ແລະ ສະພາປະສານງານ ອາຊຽນ (ຫຼື ACC). ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິນມິນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ໃນໂຄງການດຳເນີນງານ, ຄາດວ່າ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະສຸມໃສ່ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງປະຊາຄົມ ອາຊຽນ, ສະພາບການສາກົນ ແລະ ພາກພື້ນກໍ່ຄືບັນດາບັນຫາມີຄວາມສຳຄັນທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ພາກພື້ນ, ໃນນັ້ນເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນການເດີນທະເລຢູ່ທະເລຕາເວັນອອກ ແລະ ເລື່ອງຊຸກຍູ້ເພື່ອມີຂໍ້ກຳນົດການປະພຶດ ຢູ່ທະເລຕາເວັນອອກ (ຫຼື COC).