ລັດຖະມົນຕີຟູ່ງກວາງແທງຕ້ອນຮັບຄະນະຄອບຄົວແມ່ນອະດີດທີ່ປຶກສາການທະຫານຈີນ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟູ່ງກວາງແທງ ຕ້ອນຮັບຍາດຕິພີ່ນ້ອງຂອງບັນດາສະຫາຍເຊິ່ງແມ່ນອະດີດທີ່ປຶກສາດ້ານການທະຫານຂອງ ຈີນ ຊ່ວຍເຫຼືອ ຫວຽດນາມ
(vovworld) – ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 24/4, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟູ່ງກວາງແທງ ໄດ້ໃຫ້ການຕ້ອນຮັບຍາດຕິພີ່ນ້ອງຂອງບັນດາສະຫາຍເຊິ່ງແມ່ນອະດີດທີ່ປຶກສາດ້ານການທະຫານຂອງ ຈີນ ຊ່ວຍເຫຼືອ ຫວຽດນາມ ໃນການຕໍ່ຕ້ານຕ້ານ ຝຣັ່ງ ແລະ ຄອບຄົວ “ນາຍພົນ ຫງວຽນເຊີນ” ໂດຍທ່ານ ຈີ໋ຈຽວກົ໋ວ, ຮອງປະທານສະມາຄົມມິດຕະພາບ ຈີນ - ຫວຽດນາມ, ເປັນຫົວໜ້າຄະນະ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ຟູ່ງກວາງແທງ ເນັ້ນໜັກວ່າ: ໄຊຊະນະຂອງການປະຕິວັດ ຫວຽດນາມ ບໍ່ອາດຕັກແຍກອອກຈາກການຊ່ວຍເຫຼືອອັນໃຫຍ່ຫຼວງ ກ່ຽວກັບມະນຸດ ແລະ ວັດຖຸຂອງບັນດາປະເທດ ສັງຄົມນິຍົມໄດ້, ພິເສດແມ່ນການຊ່ວຍເຫຼືອຂອງ ຈີນ. ມີນັກຮົບ ຈີນ ຫຼາຍຄົນໄດ້ເສຍສະຫຼະຊີວິດ ເພື່ອການຕໍ່ສູ້ຕ້ານພວກຮຸກຮານຂອງປະຊາຊົນ ຫວຽດນາມ. ທ່ານລັດຖະມົນຕີ ຟູ່ງກວາງແທງ ຢືນຢັນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ສະແດງນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ ຫວຽດນາມ ແລະ ຈີນ ແລະ ປາດຖະໜາວ່າ ບັນດາສະມາຊິກໃນຄະນະສືບຕໍ່ປະກອບສ່ວນ, ເສີມສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຈີນ ໃຫ້ນັບມື້ນັບສະໜິດຕິດພັນຍິ່ງຂຶ້ນ.