ລັດຖະມົນຕີຢູແກຼນ:ຄວນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງກີແອບແລະມົດສະກູ

ລັດຖະມົນຕີຢູແກຼນ:ຄວນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງກີແອບແລະມົດສະກູ - ảnh 1
ທ່ານ Pavel Klimkin, ລັດຖະມົນຕີ​ການ​ຕ່າງປະ​ເທດ ຢູ​ແກຼນ
ພາບ:internet


(vovworld)- ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ​ຢູ​ແກຼນ​ໃນ​ວັນ​ທີ 2/8, ທ່ານ Pavel Klimkin, ລັດຖະມົນຕີ​ການ​ຕ່າງປະ​ເທດ ຢູ​ແກຼນ ຖື​ວ່າ:​ຄວນ​ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ຢູ​ແກຼນ ​ແລະ ລັດ​ເຊຍ. ທ່ານ Pavel Klimkin ຖື​ວ່າ ສາຍ​ເຫດ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ປະຈຸ​ບັນ ນັ້ນ​ແມ່ນ​ບັນຫາ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮ​ືອນຄຽງ ​ແລະ ຄູ່​ຮ່ວມ​ມື​ທີ່​ໃກ້ຊິດ.ການ​ຟື້ນ​ຟ​ູຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຄື​ກ່ອນ​ນີ້ ຕ້ອງ​ແມ່ນຫນ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ ​ແລະ ຕ້ອງ​ອີງ​ໃສ່​ວຽກ​ງານ​ຕົວ​ຈິງ. ທ່ານ Pavel Klimkin ສະຫນັບສະຫນູນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ລັດ​ເຊຍ ​ແລະ ຖື​ວ່າ ​ແນວທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ ​ເອີ​ລົບ ຂອງ ກີ​ແອບ ຕ້ອງ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ ມົດ​ສະ​ກູ.

ຂ່າວ/ບົດ​ອື່ນ