ລັດຖະມົນຕີ ອຸດສາຫະກຳ ການຄ້າໂອ້ລົມສົນທະນາໂດຍກົງ ທາງອິນເຕີແນດ

ເພີ່ມ​ລາຄາ​ໄຟຟ້າ, ຄຸນ​ນະພາ​ບນ້ຳມັນ​ແລະ ການ​ຄຸ້ມ​ຄອງນ້ຳມັນ ​ແມ່ນ​ບັນຫາ​ທີ່​ຫລາຍ​ຄົນ​ສົນ​ໃຈ ​ແລະ ຕັ້ງ​ຄຳ​ຖາມ​ໃຫ້​ແກ່​ທ່ານ ຫວູຮູ​ຍຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​​ຫວຽດນາມ​ ​ເມື່ອ​ທ່ານ​ເຂົ້າ​ຮ່ວມ​ການ​​ໂອ້​ລົມ​ສົນ​ທະນາ​ໂດຍ​ກົງ​ທາງ​ອິນ​ເຕີ​ແນ​ດ ກັບ​ປະຊາຊົນ ຜ່ານ​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ​ໃນ​ຕອນ​ບ່າຍ​ວັນ​ທີ 6/1. ​ເມື່ອ​ຕອບ​ແກ້​ບັນດາບັນຫາດັ່ງກ່າວ, ທ່ານ ລັດຖະມົນຕີ ຫວູຮູ​ຍຮ່ວາງ​ໃຫ້​ຮູ້​ວ່າ: ປີ 2011, ລັດຖະບານ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ ຂະ​ແຫນງ​ໄຟຟ້າ​ໄດ້​ຮັບ​ການ​ດັດ​ປັບ​ລາຄາ ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ.

        “​ເລື່ອງ​ດັດ​ປັບ​ລາຄາ​ໄຟຟ້າ ​ແນ່ນອນ​ວ່າ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ໄພ​ເງິນ​ເຟີ້, ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສະ​ນັ້ນ ຂະ​ແຫນງ​ໄຟຟ້າ​ໄດ້​ຂໍ​ຄຳ​ເຫັນ​ຈາກ​ກະຊວງ, ຈາກ​ລັດຖະບານ​ແລ້ວ. ຂະ​ແຫນງ​ໄຟຟ້າ​ໄດ້​ປະຕິບັດ​ການ​ຊີ້​ນຳ​ຂອງ​ລັດຖະບານ​, ນາຍົກລັດຖະມົນຕີຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.“

ຕອບກັບ

ຂ່າວ/ບົດ​ອື່ນ