ລັດຖະມົນຕີ Cao Duc Phat ໂອ້ລົມສົນທະນາໂດຍກົງ ຜ່ານເຄືອຂ່າຍອິນເຕີແນດ ກັບປະຊາຊົນ

ລັດຖະມົນຕີ Cao Duc Phat ໂອ້ລົມສົນທະນາໂດຍກົງ   ຜ່ານເຄືອຂ່າຍອິນເຕີແນດ ກັບປະຊາຊົນ - ảnh 1
ທ່ານລັດຖະມົນຕີ Cao Duc Phat ໂອ້ລົມສົນທະນາໂດຍກົງຜ່ານອິນເຕີແນດ
ພາບ:xaluan.com

(vovworld) - ຕອນ​ເຊົ້າ​ວັນ​ທີ 22/3, ທ່ານ Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດກັບ​ປະຊາຊົນ ຢູ່​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ.  ການ​ໂອ້​ລົມ​ສົນທະນາ​ໄດ້​ຊີ້​ແຈງ​ບັນດາ​ບັນຫາ​ຊຶ່ງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຄຸ້ມ​ຄອງ​ໂດ​ຍກົງ​ຄື: ບັນຫາ​ຄຸ້ມ​ຄອງ​ຫລັກ​ອະນາ​ໄມຄວາມປອດ​ໄພ​​ໃນ​ການ​ລ້ຽງສັດ, ບັນຫາ​ປ້ອງ​ກັນ​ ​ແລະ ຄວບ​ຄຸມໂລກລະ​ບາດ​ໃນ​ສັດ​ປີກ, ສັດລ້ຽງ; ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ເຂດ​ຊົນ​ນະ​ບົດ​ໃຫມ່, ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ຂະ​ແຫນງ​ກະສິກຳ. ກ່ຽວ​ກັບ​ມາດຕະຖານ​ກໍ່ສ້າງ​ເຂດ​ຊົນ​ນະ​ບົດ​ໃຫມ່, ທ່ານ​ລັດຖະມົນຕີ Cao Duc Phat ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ພວກ​ເຮົາ​ ຫາ​ກໍ່​ເລີ່​ມຕົ້ນ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ແລະ ນາຍົກລັດຖະມົນຕີ​ກໍມີ​ຂໍ້​ຕົກລົງ​ກຳນົດ 19 ມາດຖານ​ກ່ຽວ​ກັບ​ຕາ​ແສງ​ຊົນ​ນະ​ບົດ​ໃຫມ່ ​ແຕ່​ພວກ​ເຮົາ​ກໍ​ສະ​ເຫ​ນີ​ໃຫ້ບັນດາ​ທ້ອງ​ຖິ່ນ​ຄວນ​ອີງ​ໃສ່​ຊຸດມາດຖານ​ເຫລົ່າ​ນັ້ນ ​ເພື່ອ​ເລືອກ​ເຟັ້ນສິ່ງ​ທີ່​ມີ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ກວ່າ​ໝູ່​ໃຫ້​ແກ່​ພໍ່​ແມ່​ຊາວ​ກະສິກອນຢູ່​ແຕ່​ລະ​ບ້ານ, ຄຸ້ມ​ບ້ານ, ​ແຕ່​ລະ​ຕາ​ແສງ ​​ເພື່ອ​ລະດົມ​ທຶນ​ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ປະຕິບັດ. ”

ການ​ໂອ້​ລົມ​ສົນທະນານີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ປະຕິບັດ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີສະ​ເຫ​ນີ​ໃຫ້ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ ຈົ່ງ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ ຜ່ານ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກລັດຖະບານ, ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ