ລັດຖະສະພາ ເອີຣົບ ປະຕິເສດຂໍ້ສະເໜີຂອງ ຝະຣັ່ງ ກ່ຽວກັບບັນດາທີ່ນັ່ງວ່າງພາຍຫລັງ Brexit

(VOVWORLD) - ລັດຖະສະພາ ເອີຣົບ (EP) ໄດ້ປະຕິເສດຂໍ້ສະເໜີ ເຊິ່ງທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ສະໜັບສະໜູນກ່ຽວກັບເລື່ອງ ເພີ່ມເຕີມບັນດາສະມາຊິກລັດຖະສະພາ ເອີຣົບ ເຂົ້າບາງທີ່ນັ່ງຍັງວ່າງ ພາຍຫລັງ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ).

ໃນການປ່ອນບັດໃນວັນທີ 07 ກຸມພາ, ບັນດາສະມາຊິກລັດຖະສະພາໄດ້ຄັດຄ້ານແຜນການທີ່ມີຊື່ວ່າ “ບັນຊີລາຍຊື່ລະຫວ່າງຊາດ”, ຕາມນັ້ນແລ້ວ ການຈັດແບ່ງ 30/73 ທີ່ນັ່ງຍັງວ່າງ ພາຍຫລັງ Brexit ໃຫ້ບັນດາສະມາຊິກລັດຖະສະພາໃນທົ່ວ ອີຢູ, ແທນໃຫ້ບັນດາປະເທດສະມາຊິກຕ່າງຫາກ. ທ່ານປະທານາທິບໍດີ Emmanuel Macron ສະໜັບສະໜູນແນວຄວາມຄິດນີ້ ຍ້ອນສ່ວນໜຶ່ງແມ່ນຄວາມມັກໃຫຍ່ໃຝ່ສູງຂອງທ່ານ ນັ້ນແມ່ນປະຕິຮູບ ອີຢູ ຢ່າງເລິກເຊິ່ງກ້ວາງຂວາງ ພາຍຫລັງ ອັງກິດ ຖອນອອກຈາກ ອີຢູ ໃນເດືອນ ມີນາ 2019.

        ບັນດາການນຳ ເອີຣົບ ມີຄວາມວິຕົກກັງວົນວ່າ ແນວຄວາມຄິດນີ້ ຈະຖືກຄັດຄ້ານຈາກບັນດາຜູ້ອອກສະໝັກຮັບເລືອກຕັ້ງຄືທ່ານນາງ Marine Le Pen ຫຼື ອະດີດລັດຖະມົນຕີກະຊວງການເງິນ ເກຼັກ Yanis Varoufakis ກີດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ