ລັດເຊຍຄັດຄ້ານການໃຊ້ ກຳລັງອາວຸດຕໍ່ຊີຣີ

​ໃນ​ສະພາບ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ພວມ​ເພີ່ມ​ຄວາມກົດດັນ​ຢ່າງລຽນຕິດ ຕໍ່ກັບ​ລັດຖະບານ Xyri, ລັດ​ເຊຍ ​ໄດ້​ຖະ​ແຫຼ​ງວ່າ​ຈະ​ກີດຂວາງທຸກໆ​ມະຕິ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ທີ່​ອະນຸຍາດ​ໃຫ້​​ແຊກ​ແຊງ​ດ້ວຍ​ກຳ​ລັງ​ອາວຸດ​ເຂົ້າ Xyri. ກ່າວ​ຄຳ​ເຫັນ​ຢູ່ ມົດສກູ ​ເມືອ​ຕອນ​ບ່າຍ​ວັນ​ທີ 13 ທັນວາ, ທ່ານ​ຮ​ອງລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Ghennady Gatilov ​ໄດ້​ຢືນຢັນວ່າ ​​ໃນ​ຖານະ​ແມ່ນ​ກຳມະການ​ປະຈຳສະພາ​ຄວາມ​ໝັ້ນຄົງ ສປຊ, ລັດ​ເຊຍ​ຈະ​ໃຊ້​ສິດ​ຢັບຢັ້ງ​ເພື່ອ​ບໍ່ອະນຸຍາດ​ໃຫ້​ຮັບຮອງ​ເອົາບໍ່​ວ່າມະຕິ​​​​ໃດໆ​ເພື່ອ​ແນ​ໃສ່ແຊກ​ແຊງ​ດ້ວຍກຳ​ລັງ​ອາວຸດໂດຍ​ກົງ ຫຼື ທາງອ້ອມ​ເຂົ້າ Xyri. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ລັດ​ເຊຍ Sergei Lavrov ກໍ່ຕຳ​ນິຕິຕຽນບັນດາ​ມາດຕະການ​ລົງ​ໂທດ Xyri, ພ້ອມກັນ​ນັ້ນ​ກໍ່ຖື​ວ່າ​ການ​ແຊກ​ແຊງຂອງ​ຝ່າຍ​ຕາ​ເວັນ​ຕົກ​​ເຂົ້າບັນຫາ Xyri ​ແມ່ນຂາດ​ຄຸນ​ສົບ​ບັດ.

ຂ່າວ/ບົດ​ອື່ນ