ລັດເຊຍຊຸກຍູ້ຝ່າຍຕາເວັນຕົກສະໜັບສະໜູນມາດຕະການ“ສະຫະລັດ”ໃຫ້ແກ່ຢູແກຼນ
ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov
(ພາບ: AFP/TTXVN)
(vovworld) – ວັນທີ 30/3, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຊຸກຍູ້ບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກສະໜັບສະໜູນຂໍ້ສະເໜີມອບສິດອຳນາດຫຼາຍກ່ວາອີກໃຫ້ແກ່ບັນດາເຂດໃຊ້ພາສາ ລັດເຊຍ ຢູ່ ຢູແກຼນ ໃນໂຄງປະກອບ “ສະຫະລັດ”. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໃຫ້ຮູ້ວ່າ: ຖ້າຫາກບັນດາຄູ່ຮ່ວມມືຝ່າຍຕາເວັນຕົກເຫັນດີເຫັນພ້ອມ, ລັດເຊຍ, ອາເມລິກາ ແລະ ສະຫະພາບ ເອີລົບ (EU) ອາດຈະສ້າງຕັ້ງກຸ່ມໜູນຊ່ວຍ ແລະ ຮ່ວມມືກັບວົງການການນຳຢູ່ ກີແອບ. ມາດຕະການນີ້ຈະນຳບັນດາການນຳການເມືອງຢູ່ ຢູແກຼນ, ເວັ້ນເສຍແຕ່ກຳລັງຫົວຮຸນແຮງ, ເຂົ້າຮ່ວມການເຈລະຈາ ແລະ ສິ້ນສຸດດ້ວຍເລື່ອງຮຽບຮຽງລັດຖະທຳມະນູນສະບັບໃໝ່ທີ່ອະນຸຍາດໃຫ້ “ໂຄງປະກອບສະຫະລັດ” ດ້ວຍສິດປົກຄອງດ້ວຍຕົນເອງໃນເຂດທີ່ກ້ວາງໃຫຍ່ກ່ວາ. ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລ້ວ, ມາດຕະການນີ້ຈະປົກປັກຮັກສາສິດຜົນປະໂຫຍດໃຫ້ແກ່ປະຊາຊົນ ຢູແກຼນ.