ລັດເຊຍຊ້ອມຮົບດ້ວຍການຍິງທົດລອງລູກສອນໄຟນຳວິຖີ

 ລັດເຊຍຊ້ອມຮົບດ້ວຍການຍິງທົດລອງລູກສອນໄຟນຳວິຖີ - ảnh 1
ປະທານ​າທິບໍດີ Vladimir PuTin ໄດ້ຕິດຕາມການຊ້ອມຮົບດ້ວຍ ການຍິງທົດລອງລູກສອນໄຟນຳວິຖີ     (ພາບ: reuters)

(vovworld)- ວັນ​ທີ 8/5, ລັດ​ເຊຍ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃນ​ບັນດາ​ການ​ຊ້ອມ​ຮົບ​ຊຶ່ງ​ໄດ້ຖືກຂຶ້ນ​ແຜນຕໍ່ໜ້າ​ການ​ເປັນ​ສັກຂີ​ພິຍານ​ຂອງ​ປະທານ​າທິບໍດີ Vladimir PuTin. ບັນດາ​ສຳນັກ​ຂ່າວ​ສານ​ຂອງ​ລັດ​ເຊຍ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ເຊຍ ຊຶ່ງ​ໃຫ້​ຮູ້​ວ່າ : ກອງທັບ​ລັດ​ເຊຍ​ໄດ້​ດຳ​ເນີນການ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະວີບ Topol ຈາກ​ສະຖານ​ທີ່​ທົດ​ລອງ Plesetsk ທີ່​ພາກ​ເໜືອ ​ແລະ ​ລູກ​ສອນ​ໄຟ​​ໄລ​ຍະ​ສັ້ນກວ່າ​ຈຳນວນ​ໜຶ່ງ​ຈາກ​ບັນດາ​ກຳ​ປັ່ນ​ດຳ​ນ້ຳ​ສັງກັດ ​ກອງ​ເຮືອ​ພາກ​ເໜືອ ​ແລະ ກອງ​ເຮືອ​ປາຊີ​ຟິກ. ນອກຈາກ​ນັ້ນ, ການ​ຊ້ອມ​ຮົບ​ອື່ນໆ​ອີກ​ຈຳນວນ​ໜຶ່ງ​ທີ່​ກ່ຽວຂ້ອງ ກໍ​ໄດ້​ຖືກ​ປະຕິບັດ​ຢູ່​ເຂດ​ທາງທິດ​ທາ​ເວັນ​ຕົກ​ຂອງປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ, ປະທານ​າທິບໍດີ Vladimir PuTin ຢືນຢັນ​ວ່າ ບັນດາ​ການ​ຊ້ອມ​ຮົບ​ດັ່ງກ່າວ​ໄດ້ຖືກຂຶ້ນ​ແຜນລວງ​ໜ້າ ​ແລະ ການ​ກະທຳ​ນີ້​ບໍ່​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດການ​ການ​ເມືອງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ຢ​ູກ​ແຣນ.
ຂ່າວ/ບົດ​ອື່ນ