ລັດເຊຍຕຳໜິຕິຕຽນບັນດາການກະທຳຫຼ້າສຸດຂອງອາເມລິກາ ໃນຂົງເຂດພົວພັນຕ່າງປະເທດ

(VOVWORLD) - ໃນການປະຊຸມຂ່າວຖືກດຳເນີນຢູ່ນອກກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 19 ມັງກອນ

ລັດເຊຍຕຳໜິຕິຕຽນບັນດາການກະທຳຫຼ້າສຸດຂອງອາເມລິກາ ໃນຂົງເຂດພົວພັນຕ່າງປະເທດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov

(ພາບ:  AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ຕຳໜິຕິຕຽນ ການກະທຳຄັ້ງຫຼ້າສຸດຂອງອຳນາດການປົກຄອງອາເມລິກາ ໃນຂົງເຂດພົວພັນກັບຕ່າງປະເທດ. ທ່ານໄດ້ປະຕິເສດບັນດາທັດສະນະຂອງອາເມລິກາ ໂດຍຖືວ່າ, ຈີນ ແລະ ລັດເຊຍ ພວມມ້າງທຳລາຍບັນດາຄວາມມານະພະຍາຍາມສາກົນເພື່ອແນໃສ່ປັບປຸງຄວາມສະຫງົບທົ່ວໂລກ.

        ກ່ຽວກັບສົງຄາມຊີຣີ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ກ່າວປະນາມອາເມລິກາ ເຖິງວ່າປະຕິເສດສ້າງຕັ້ງບັນດາກຳລັງທ້ອງຖິ່ນຢູ່ພາກເໜືອຊີຣີ ກໍ່ຕາມ, ແຕ່ພັດໄດ້ຊອກຫາວິທີສ້າງ “ບັນດາອົງການແຫ່ງສິດອຳນາດໃໝ່” ຢູ່ຫຼາຍແຫ່ງ, ກົງກັນຂ້າມກັບຄຳໝັ້ນສັນຍາກ່ຽວກັບການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕຂອງຊີຣີ.

        ກ່ຽວກັບບັນຫາອີຣານ, ທ່ານ Lavrov ກ່າວເຕື່ອນວ່າຂໍ້ຕົກລົງນິວເຄຼຍກັບອີຣານ ຈະບໍ່ຄົງຕົວໄດ້ດົນ ຖ້າຫາກອາເມລິກາ ຖອນອອກຈາກຂໍ້ຕົກລົງນີ້ພຽງລຳພັງຝ່າຍດ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ