ລັດເຊຍຖະແຫຼງວ່າຈະໂຕ້ຕອບບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ

ລັດເຊຍຖະແຫຼງວ່າຈະໂຕ້ຕອບບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ - ảnh 1
ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Lukashevic 

(vovworld)- ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Lukashevic ​ໃຫ້​ຮູ້​ເມື​ອ່ວັນທີ 11/9 ວ່າ ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ ສະຫະພາບ​ເອີ​ລົບ EU ທີ່​ມີ​ຕໍ່​ລັດ​ເຊຍ​ແມ່ນ​ນະ​ໂຍບ​າຍ​ເປັນ​ປໍ​ລະ​ປັກ​ກັບ​ລັດ​ເຊຍ, ​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດ ຂອງ​ສະຫະພາບ​ເອີ​ລົບ EU ນີ້​ເອງ. ການ​ນຳ​ລັດ​ເຊຍ​ຂັ້ນ​ຕ່າງໆ​ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ ​ແລະ ທຽບ​ເທົ່າ​ກັບ ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ ສະຫະພາບ​ເອີ​ລົບ EU.

   ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ໃໝ່​ທີ່​ແນ​ໃສ່​ລັດ​ເຊຍ ​ແມ່ນ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 12/9 ທີ່​ຈະ​ມາ​ເຖິງ, ຕາມ​ນັ້ນ​ແລ້ວ ກໍ​ເພີ່ມ​ທະວີ​ການ​ຈຳກັດ​ບັນດາ​ບໍລິສັດ ​ແລະ ທະນາຄານ​ຂອງ​ລັດ​ເຊຍ​ສຳ​ພັດ​ກັບ​ບັນດາ​ຕະຫຼາດ​ທຶນ​ຂອງ​ເອີ​ລົບ, ຈຳກັດ​ການ​ສົ່ງ​ອອກ​ສິນຄ້າ​ເຕັກ​ໂນ​ໂລ​ຢີສູງ​ບາງ​ປະ​ເພດ​ໄປ​ຍັງ​ລັດ​ເຊຍ, ປິດ​ລ້ອມ​ຊັບ​ສົມບັດ ​ແລະ ຫ້າມ​ການ​ໄປ​ມາ​ສຳລັບ​ເຈົ້າໜ້າ​ທີ່​ບາງ​ທ່ານ​ຂອງ​ລັດ​ເຊຍ. ​ແຕ່​ບັນດາ​ນັກ​ການ​ທູດສະຫະພາບ​ເອີ​ລົບ EU ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ລົງ​ໂທດ​ນີ້ ຈະ​ຖືກ​ລົບ​ລ້າງ​ຖ້າ​ຫາກ​ສະພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ​ໄດ້​ຮັບ​ການ​ປົວ​​ແປງ.

   

ຂ່າວ/ບົດ​ອື່ນ