ລັດເຊຍປະກາດບໍ່ຖີ້ມລະເບີດຕ້ານ IS ຢູ່ລີບີອີກ

ລັດເຊຍປະກາດບໍ່ຖີ້ມລະເບີດຕ້ານ IS ຢູ່ລີບີອີກ - ảnh 1
​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ: Reuters)

(vovworld) - ລັດ​ເຊຍ​ບໍ່​ມີ​ແຜນການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ກຳລັງ “ລັດອິດສະ​ລາມ“ (IS) ຢູ່​ ລີ​ບີ​ອີກ. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໃນ​ວັນ​ທີ 11/12 ​ໃນ​ການ​ຢ້ຽມຢາມ ອີ​ຕາ​ລີ. ທ່ານ Sergei Lavrov ​​ເນັ້ນ​ໜັກ​ວ່າ, ມົດ​ສະ​ກູ​ບໍ່​ໄດ້​ຮັບ​ຄຳ​ຮຽກຮ້ອງ​ໃດໆ​ຈາກ​ລັດຖະບານ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່ ລີ​ບີ ກ່ຽວ​ກັບ​ເລື່ອງ​ຖີ້ມລະ​ເບີດ​ບັນດາ​ມື​ປືນ IS ຢູ່​ປະ​ເທດ​ນີ້​ເທື່ອ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ກໍ​ຢືນຢັນ​ວ່າ, ມົດ​ສະ​ກູ ຖື​ເລື່ອງ​ຮ່ວມ​ສຳພັນ​ກັບ​ສາກົນ​ຕ້ານ IS ​ໂດຍ ອາ​ເມ​ລິ​ກາ​ນຳ​ໜ້າ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ສູ້​ຮົບ​ຕ້ານ IS ຢູ່ ຊີຣີ.

 

ຂ່າວ/ບົດ​ອື່ນ