ລັດເຊຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ
ທ່ານເລຂາທິການໃຫຍ່ ເລເລືອງມິງ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລັດເຊຍ Igor Morgulov
(ພາບ: asean.org)
|
(vovworld) – ກ່າວຄຳເຫັນທີ່ສຳນັກງານຄະນະເລຂາສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ວັນທີ 9/2, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລັດເຊຍ Igor Morgulov ຢັ້ງຢືນວ່າ: ມົດສກູ ສະໜັບສະໜູນບົດບາດໃຈກາງຂອງສະຫະສະມາຄົມ ແລະ ແຜນນະໂຍບາຍຊຸກຍູ້ການພົວພັນຮ່ວມມືກັບອົງການທີ່ມີອິດທິພົນຊື່ສຽງໃນພາກພື້ນນີ້. ກ່ອນໜ້ານັ້ນ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ, ທ່ານລັດຖະມົນຕີຊ່ວຍວ່າການ Morgulov ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນງານເຊິ່ງບັນດາປະເທດ ອາຊຽນ ບັນລຸໄດ້ໃນການສ້າງປະຊາຄົມ ອາຊຽນ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດອັນແທດຈິງຫຼາຍກ່ວາອີກໃຫ້ແກ່ພາກພື້ນ. ທ່ານຢັ້ງຢືນວ່າ ລັດເຊຍ ກຽມພ້ອມສືບຕໍ່ໜູນຊ່ວຍການເຊື່ອມໂຍງເຂົ້າພາກພື້ນຂອງອາຊຽນ ຫຼັງປີ 2015. ທ່ານລັດຖະມົນຕີຊ່ວຍວ່າການ Morgulov ຊີ້ແຈ້ງວ່າ: ລັດເຊຍ ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ເອົາໃຈໃສ່ຊຸກຍູ້ການຮ່ວມມືກັບ ອາຊຽນ, ພິເສດແມ່ນໃນບັນດາຂົງເຂດຕ້ານການຄ້າມະນຸດ, ການຄ້າ ແລະ ການລົງທຶນ, ການເຊື່ອມຕໍ່, ກູ້ໄພກູ້ຊີບ, ການທ່ອງທ່ຽວ… ທ່ານເລຂາທິການໃຫຍ່ ເລເລືອງມິງ ແລະ ທ່ານລັດຖະມົນຕີຊ່ວຍວ່າການ Morgulov ກໍ່ປຶກສາຫາລືຫຼາຍບັນຫາກ່ຽວຂ້ອງເຖິງການຮ່ວມມື ອາຊຽນ - ລັດເຊຍ.