ລັດເຊຍຫ້າມພົນລະເມືອງເອີລົບ89ຄົນເຂົ້າເມືອງເພື່ອໂຕ້ຕອບການກະທຳຂອງອີຢູ

ລັດເຊຍຫ້າມພົນລະເມືອງເອີລົບ89ຄົນເຂົ້າເມືອງເພື່ອໂຕ້ຕອບການກະທຳຂອງອີຢູ - ảnh 1
ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ
ພາບ:vov

(vovworld)- ພາ​ຍ​ຫລັງ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຂອງ ສະ​ຫະ​ພາບ​ເອີ​ລົບ (EU) ​ກ່ຽວ​ກັບບັນ​ຊີ​ລາຍ​ຊື່ ພົນ​ລະ​ເມືອງ​ເອ​ີ​ລົບ 89 ຄົນ​ຖືກ​ຫ້າມ​ເຂົ້າ​ລັດ​ເຊຍ ໂດຍ​ຖື​ວ່າ ນີ້​ແມ່ນ​ການ​ກະ​ທຳ​ຕາມ​ລຳ​ພັງ ແລະ ໄຮ້​ເຫດ​ຜົນ ຂອງ​ມົດ​ສະ​ກູ, ວັນ​ທີ 1/6, ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໄດ້​ຢືນ​ຢັນ ຖະ​ແຫລງ​ການ​ຂອງ ອີ​ຢູ ແມ່ນ​ໄຮ້​ເຫດ​ຜົນ. ທ່ານ​ຊີ້​ແຈ້ງວ່າ: ມົດ​ສະ​ກູ ໄດ້​ລະ​ງັບ​ໃຈ​ມາ​ເປັນ​ເວ​ລາ​ຫລາຍ​ມື້​ແລ້ວ ແລະ ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວບໍ່​ແມ່ນ​ການ​ກະ​ທຳ​ເກາະ​ຜິດ. ຕາມ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ແລ້ວ, ກ່ອນ​ຫນ້ານັ້ນ ຝ່າຍ​ຕາ​ເວັນ​ຕົກ ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ ເມື່ອ​ເຂົາ​ເຈົ້າ​ຮັບ​ຮອງ​ບັນ​ດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຈຳ​ເປັນ​ຂອງ​ລັດ​ເຊຍ, ໃນ​ນັ້ນ ມີ​ບັນ​ຫາ​ໂຮມ​ແຫລມ Crimea ເຂົ້າ​ເປັນ​ຫນຶ່ງ​ດຽວ ຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ເຂດ​ດິນ​ແດນນີ້, ສະ​ນັ້ນ ຄຳ​ສັ່ງ​ລົງ​ໂທດ​ຂອງ ອີ​ຢູ ແລະ ອາ​ເມ​ລິ​ກາ ແມ່ນ​ໄຮ້​ເຫດ​ຜົນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ຍັງ​ເນັ້ນ​ຫນັກ​ວ່າ: ບັນ​ດາ​ນັກ​ການ​ເມືອງ ອີ​ຢູ ທີ່​ມີ​ຊື່ໃນ​ບັນ​ຊີ​ລາຍ​ຊື່​ຖືກ​ຫ້າມ​ເຂົ້າ​ເມືອງ​ລັດ​ເຊຍ ແມ່ນ​ຜູ້​ສະ​ຫນັບ​ສະ​ຫນູນ​ຢ່າງ​ແຮງ​​ຕໍ່ການ​ລັດ​ຖະ​ປະ​ຫານຢູ່ ຢູ​ແກຼນ ໃນ​ປີ​ກາຍ, ​ເພື່ອໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Viktor Yanukovych.

ຂ່າວ/ບົດ​ອື່ນ