ລີບີ ຈັບຕົວຜູ້ກ່ຽວຂ້ອງເຖິງເຫດການ ບຸກໂຈມຕີສະຖານທູດອາເມລິກາ
ສະຖານທູດອາເມລິກາ ຢູ່ນະຄອນ Banhgazi ຖືກບຸກໂຈມຕີ
(ພາບ:viet.rfi.fr)
(vovworld)- ທ່ານ Wanis al Sharif ຮອງລັດຖະມົນຕີກະຊວງພາຍໃນລີບີ ໃຫ້ຮູ້ວ່າ: ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ຫາກໍ່ຈັບຕົວເປົ້າໝາຍຈຳນວນ 1 ແລະ ເປີດການສືບສວນສອບສວນເຫດການບຸກໂຈມຕີສະຖານທູດອາເມລິກາ ຢູ່ນະຄອນ Banhgazi ຊື່ງເຮັດໃຫ້ 4 ຄົນເສຍຊີວິດ, ໃນນັ້ນມີທ່ານເອກະອັກຄະລັດຖະທູດອາເມລິກາ ປະຈຳລີບີ. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການມີຄວາມສົງໃສວ່າເຄືອຂ່າຍກໍ່ການຮ້າຍ Al Qaeda ຢືນຢູ່ເບື້ອງຫຼັງເຫດການດັ່ງກ່າວ.
ໃນຂະນະນັ້ນ, ກະແສຟອງຄັດຄ້ານຮູບເງົາເລື່ອງທີ່ຖືກຖືວ່າມີເນື້ອໃນແຕະຕ້ອງ ນັກໂຫລະສາດ Mohamad ສືບຕໍ່ໄດ້ແຜ່ຂະຫຍາຍອອກສູ່ວົງກ້ວາງ. ວັນທີ 13/9, ຊາວມຸດສະລິມນິກາຍຊັນນີນັບພັນຄົນ ໄດ້ຈັດການແຫ່ຂະບວນປະທ້ວງຢູ່ນະຄອນຈຳນວນ 1 ຂອງອີຣັກ. ຢູ່ນະຄອນ Tel Aviv ຂອງອິດສະຣາແອນ, ມີຊາວອິດສະຣາແອນ ເຊື້ອຊາດອາຣັບ ປະມານ 60 ຄົນ ໄດ້ຈັດການແຫ່ຂະບວນປະທ້ວງຢູ່ນອກສະຖານທູດອາເມລິກາ.