ລີບີ ເພີ່ມຄວາມປອດໄພກ່ອນພິທີ ລະນຶກວັນອຳນາດການປົກຄອງ Gaddafi ຖືກໂຄນລົ້ມ

ລີບີ ເພີ່ມຄວາມປອດໄພກ່ອນພິທີ ລະນຶກວັນອຳນາດການປົກຄອງ Gaddafi ຖືກໂຄນລົ້ມ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 17/02, ລີ​ບີ ຈະ​ສະ​ເຫຼີ​ມສະຫຼອງ 2 ປີ​ແຫ່ງ​ວັນ​ທ່ານ Gaddafi ຖືກ​ໂຄນ​ລົ້ມ. ຄາດ​ວ່າ​ພິທີ​ສະ​ເຫຼີ​ມສະຫຼອງ​ຈະ​ເລີ່ນ​ດຳ​ເນີນ​ໃນ​ວັນ​ທີ 15/02 ​ເພາະສະ​ນັ້ນ ຄວາມ​ປອດ​ໄພ​ໄດ້​ຮັບ​ການ​ຮັດ​​ແໜ້ນຢູ່​ຫຼາຍ​ນະຄອນ​ຢູ່​ລິ​ບີ ​ໃນ​ຊຸມ​ວັນ​ນີ້. ກ່ອນ​ທີ່​ຈັດ​ພິທີ່​ສະ​ເຫຼີ​ມສະຫຼອງ, ຄວາມ​ປອດ​ໄພ​ຢູ່ Tripoli ​ແລະ Benghzi ​ໄດ້​ເພີ່ມ​ຂຶ້ນ​ໃນ​ອາທິດ​ຜ່ານ​ມາດ ດ້ວຍ​ສະຖານທີ່ກວດກາມີ​ການ​ສົມທົບ​ກັນ​ລະຫວ່າງຕຳຫຼວດ ​ແລະ ທະຫານ ​ໄດ້​ສ້າງຂຶ້ນຢູ່​ບັນດາ​ເສັ້ນທາງ​ຫຼວງຢູ່ 2 ນະຄອນ​ນີ້. ຄວາມ​ປອດ​ໄພ​ແມ່ນ​ບັນຫາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຢູ່​ບັນດາ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ ລີ​ບີ ສະຖານ​ທີ່ ທີ່​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕ້ານ​ຄົນ​ຕ່າງປະ​ເທດ ​ແລະ ບັນດາ​ການ​ລອບ​ສັງຫານ​ຕຳຫຼວດ​ໂດຍ​ບັນດາ​ກຸ່ມ​ກຳລັງ​ປະ​ກອບ​ອາວຸດປະຕິບັດ. ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ລີ​ບີ Ali Zaidan ​ໃຫ້​ຮູ້​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ຕົກລົງ​ປິດ​ປະຕູ​ດານ​ຊາຍ​ແດນ ລີ​ບີ ທີ່​ຕິດກັບ​ບັນດາ​ປະ​ເທດ Tuynidi ​ແລະ ອີ​ຍີບ ຍ້ອງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ກ່ອນ​ທີ່ດຳ​ເນີນ​ພິທີ​ສະ​ເຫຼີມສະຫຼອງ 2 ປີ​ແຫ່ງ​ວັນ​ທ່ານ Gaddafi ຖືກ​ໂຄນ​ລົ້ມ. ຕາມ​ນັ້ນ​ແລ້ວ, ບັນດາ​ເສັ້ນ​ຊາຍ​ແດນ​ນີ້ ຈະ​ປິດປະຕູ​​ໂດຍ​ຊົ່ວ​ແຕ່​ວັນ​ທີ 14 ຫາ 18/02. ​ເລື່ອງ​ປິດ​ປະຕູດານ​ຊາຍ​ແດນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ປ້ອງ​ກັນ ​ແລະ ກີດຂວາງການ​ທຳລາຍ​ຂອງ​ພະລະ​ກອນ​ລະບອບ​ເກົ່າ ​ຫຼືບັນດາ​ຜູ້​ທີ່​ບໍ່​ຢາກ​ໃຫ້​ລີ​ບີ ມີ​ຄວາມ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ. ນອກຈາກ​ນັ້ນ, ​ເລື່ອງ​​ແຈ້ງ​ເຂົ້າ​ເມືອງ​ຂອງ​ແຂກ​ທ່ອງ​ທ່ຽວ​ຜ່ານ​ບັນດາ​ສະໜາມ​ບິ່ນ Tripoli ​ແລະ Benghzi ກໍ​ຖືກ​ຈຳກັດ.
ຂ່າວ/ບົດ​ອື່ນ