ລາງວັນນຳໃຊ້ເຕັກ ໂນໂລຊີຂໍ້ມູນຂ່າວ ສານໃນອົງການລັດ ປີ 2011.

ລາງວັນນຳໃຊ້ເຕັກ ໂນໂລຊີຂໍ້ມູນຂ່າວ ສານໃນອົງການລັດ ປີ 2011. - ảnh 1

ພິທີມອບລາງວັນ
ພາບປະກອບ:internet


(vovworld) - ຕອນ​​ເຊົ້າ​ວັນ​ທີ 5/4 ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ລາງວັນ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວສານ​ໃນ​ບັນດາ​ອົງການ​ລັດ ປີ 2011. ບັນດາ​ມາດຕະຖານ​ຊຶ່ງ​ກະຊວງ​ດັ່ງກ່າວ​ວາງ​ອອກ​ໃນ​ການ​ພິຈາລະນາ​ມອບ​ລາງວັນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ ຂ່າວສານ ​​ໃນ​ບັນດາ​ອົງການ​ລັດ​ປີ 2011 ​ແມ່ນມີ​ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ. ທາງ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ໂທລະ​ຄົມ ຈະ​ຮັບ​ສຳ​ເນົາ​ເອກະສານ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ນັບ​ແຕ່​ວັນ​ທີ 1 - 20/4/2012. ກາງເດືອນ 5/2012, ກະຊວງ​ດັ່ງ​ກ່າວ​ຈະ​ມອບ​ລາງວັນ​ໃຫ້​ແກ່​ບັນດາ​ແຂວງ, ນະຄອນ, ກະຊວງ, ອົງການ​ລັດ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ຮາກ​ຖານ​ທີ່​ມີ​ຜົນງານ​ດີ​ເດັ່ນ​​ໃນ​ການ​ນຳ​ໃຊ້​ເຕັກ​ໂລ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ບໍລິຫານ​ລັດ, ສະ​ຫນອງ​ຂໍ້​ມູນ​ຂ່າວສານ ​ແລະ ການບໍລິການ​ຂອງ​ລັດ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດ ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ທ່ານ Nguyen Minh Hong ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ມອບ​ລາງວັນ​ນຳ​ໃຊ້​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ບັນດາ​ອົງການ​ລັດ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ​​ເຮັດ​ແນວ​ໃດ​​ເພື່ອໃຫ້​ອົງການ​ລັດ​ທັງ​ໝົດ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ ລ້ວນ​ແຕ່​ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ດ້ານ​ຫນຶ່ງ ພວກ​ເຮົາ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ, ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮ​ງານ​ຂອງ​ບັນດາ​ລັດຖະກອນ ​ແລະ ກໍ​ແມ່ນ​ການ​ຮັບ​ໃຊ້​ການ​​ແຈ້ງຂ່າວ​ເຖິງ​ປະຊາຊົນ​ຢ່າງ​ທັນ​ການ, ຊັດ​ເຈັນ, ​ໂປ່​ງ​ໃສ​. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ບັນດາ​ບໍລິການ​ສາທາລະນະ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດນັບ​ມື້​ນັບ​ຫລາຍ ​ທົດແທນ​​ໃຫ້​ແກ່​ການ​ໄປ​ຍັງ​ບັນດາ​ອົງການ​ມີ​ສິດ​ອຳນາດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ