ລາຍການດົນຕີປະສານສຽງສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ

ລາຍການດົນຕີປະສານສຽງສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ - ảnh 1
ລາຍການດົນຕີປະສານສຽງສະເຫຼີມສະຫຼອງ20ປີ
ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ
(ພາບ: hochiminhcity)


(vovworld) – ​ເນື່ອ​ງ​ໃນ​ໂອ​ກາດ ສະ​ເຫຼີ​ມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາ​ມ - ອາ​ເມ​ລິ​ກາ, ຕອນ​ຄໍ່​າ​ວັນ​ທ​ີ 19/11, ສະ​ຫະ​ພັ​ນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈ​ິ​ມິນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ໂຮງ​​ດົນ​ຕີ​ປະ​ສານ​ສຽ​ງ​ນະ​ຄອນ​ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ດ້ວຍ​ຫົວ​ຂ​ໍ້​ວ່າ “ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ ແລະ ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ”. ນີ້​ແມ່ນ​ໂອ​ກາດ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປີນ​ສະ​ແດງ ແລະ ພົບ​ປະ​ແລກ​ປ່ຽນ ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ວັດ​ທະ​ນະ​ທຳ ກໍ​ຄື​ສິ​ລະ​ປະ​ການ​ສະ​ແດງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ແຕ​່​ລະ​ປະ​ເທດ. ລາຍ​ການ​ດົນ​ຕີ​ປະ​ສານ​ສຽງລວມ​ມີ​ບັນ​ດາ​ລາຍ​ການ​ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ​ລະ​ຫວ່າງ​ບັນ​ດາ​ນັກ​ສິ​ລະ​ປີນ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ