ລາຍການທຶນສຶກສາອາຊຽນ-ອາເມລິກາຊ່ວຍບັນດານັກວິທະຍາສາດເຂົ້າຮ່ວມການວາງແຜນນະໂຍບາຍ

ລາຍການທຶນສຶກສາອາຊຽນ-ອາເມລິກາຊ່ວຍບັນດານັກວິທະຍາສາດເຂົ້າຮ່ວມການວາງແຜນນະໂຍບາຍ - ảnh 1
ພາບ​ປະ​ກອບ:/ndh.vn

(vovworld)-​ ວັນ​ທີ 4/5, ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ ອາ​ຊຽນ ແລະ ຄະ​ນະ​ຜູ້​ຕາງ​ຫນ້າ ອາ​ເມ​ລິ​ກາ ປະ​ຈຳ​ ອາ​ຊຽນ ໄດ້​ປະ​ກາດໝວດ​ທຶນ​ສຶກ​ສາ​ທີ່​ສອງ ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ອາ​ຊຽນ ເພື່ອ​ຍູ້​ແຮງ​ການ​ນຳ​ບັນ​ດາ​ຂໍ້​   ຕ​ົກ​ລົງ​ບັນ​ດາ​ນະ​ໂຍ​ບາຍ ອີງ​ໃສ່​​ຫ​ລັກ​ຖານ​ດ້ານວິ​ທະ​ຍາ​ສາດ ເພື່ອ​ແກ້​ໄຂ​ບາງ​ບັນ​ຫາພັດ​ທະ​ນາ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ. ແຈ້ງ​ການ​ຫນັງ​ສື​ພິມ​ຂອງ​ຄະ​ນະ​ເລ​ຂາ​ອາ​ຊຽນ ໃຫ​້​ຮູ້​ວ່າ: ນັກ​ວິ​ທະ​ຍາ​ສາດ 14 ຄົນ​ມາ​ຈາກ ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນ​ມາ, ຟິ​ລິ​ບ​ປີນ, ໄທ ແລະ ຫວຽດ​ນາມ ຍາດ​ໄດ້​ທຶນ​ສຶກ​ສາ​ຜ່ານ​ວິ​ວັດ​ການ​ຄັດ​ເລືອກ. ຈຸດ​ໝາຍ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ່ນ​ສ້າງ​ເຄືອ​ຂ່າຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໃນ​ທົ່ວ​ພາກ​ພື້ນ ອາ​ຊຽນ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສວ​ມ​ບົດ​ບາດ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ນະ​ໂຍ​ບາຍ​ໃຫ້​ດີກວ່າ- ມີ​ຜົນ​ກະ​ທົບ​ຕັ້ງ​ຫນ້າ​ເຖິງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ຊຽນ.

ຂ່າວ/ບົດ​ອື່ນ