ລາຍ​ການ ອາ​ໄລ​ຫາຕອບ​ບຸນ​ແທ​ນ​ຄຸນ ຊາວ​ໜຸ່ມ​ຕະ​ລ​ຸມບອ​ນແຂວງ​ບັກ​ທ໊າຍ ທີ່ເສຍສະຫຼະຊີວິດເພື່ອຊາດ 60 ຄົນ

(VOVWORLD) -ຕອນຄ່ຳວັນທີ 24 ທັນວາ, ຢູ່ແຂວງທ໊າຍງວຽນ, ໄດ້ດຳເນີນລາຍການສະເຫຼີມສະຫຼອງ 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ ອາໄລຫາຕອບບູນແທນຄຸນ ຊາວໜຸ່ມຕະລຸມບອນກອງຮ້ອຍ 915, ກອງ 91 ບັກທ໊າຍ 60ຄົນ ທີ່ເສຍສະຫຼະຊີວິດເມື່ອຕອນຄ່ຳວັນທີ 24 ທັນວາ 1972. 
ລາຍ​ການ ອາ​ໄລ​ຫາຕອບ​ບຸນ​ແທ​ນ​ຄຸນ ຊາວ​ໜຸ່ມ​ຕະ​ລ​ຸມບອ​ນແຂວງ​ບັກ​ທ໊າຍ ທີ່ເສຍສະຫຼະຊີວິດເພື່ອຊາດ 60 ຄົນ - ảnh 1 ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມລາຍການ 

ລາຍການດັ່ງກ່າວມີຄວາມໝາຍອັນຍິ່ງໃຫຍ່ສະແດງໃຫ້ເຫັນຫຼັກສິນທຳທີ່ວ່າ: “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ວິລະຊົນກຳລັງປະກອບອາວຸດ, ບັນດາທະຫານເສຍອົງຄະ, ທະຫານເຈັບເປັນ… ທ່ານນາງ ຫງວຽນທິມາຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງທ໊າຍງວຽນໃຫ້ຮູ້ວ່າ:

ການຈັດຕັ້ງລາຍການນີ້ ແມ່ນເພື່ອແນໃສ່ຕອບບຸນແທນຄຸນບັນດາຊາວໜຸ່ມຕະລຸມບອນແຂວງບັກທ໊າຍ ທີ່ເສຍສະຫຼະຊີວິດເພື່ອຊາດ, ພ້ອມທັງສົ່ງສານໄປຍັງພະນັກງານ, ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງແຂວງດ້ວຍຄວາມປາດຖະໜາວ່າ ນີ້ແມ່ນສະຖານທີ່ໃຫ້ປະຊາຊົນແຕ່ລະຄົນມາຢ້ຽມຢາມເພື່ອຝາກຈິດໃຈບູນແທນຄຸນຂອງຕົນໄປຍັງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ກໍ່ຄືຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງ ຊາວໜຸ່ມຕະລຸມບອນ ຂອງທະຫານ ແລະ ປະຊາຊົນທົ່ວປະເທດໃນການຕໍ່ຕ້ານອາເມລິກາທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ